ຂົ້ວເຫັດລວມກັນສັບພະຄຸນທີ່ຫຼາກຫຼາຍ

217

ໃນເຫັດທຸກຊະນິດແມ່ນມີໂປຣຕິນສູງສາມາດໃຊ້ທົດແທນຊີ້ນສັດ ແລະ ເຫັດບາງຊະນິດຍັງສາມາດນຳມາໃຊ້ເປັນຢາສະໝຸນໄພປິ່ນປົວພະຍາດໄດ້ ເພາະເຫັດສ່ວນໃຫຍ່ຈະມີໄຂມັນຕ່ຳ, ບໍ່ມີຄໍເລສເຕີຣອລ, ມີທາດໂພແທສຊຽມສູງ ໂດຍມີຄຸນສົມບັດຊ່ວຍຫຼຸດຄວາມດັນເລືອດ ແລະ ຍັງມີສານຊີລີນຽມທີ່ເປັນສານຕ້ານມະເຮັງພ້ອມ.

ສ່ວນປະສົມ:

1 ກຸ້ງສົດ 200 ກຣາມ.

2 ເຫັດເຟືອງ 300 ກຣາມ.

3 ເຫັດຫູໜູ 200 ກຣາມ.

4 ເຫັດຂາວ 300 ກຣາມ.

5 ເຫັດຫອມ 100 ກຣາມ.

6 ເຫັດຫຼີນຈື່ 300 ກຣາມ.

7 ກະທຽມສັບ 1 ບ່ວງແກງ.

8 ຫົວຜັກບົ່ວໃຫຍ່ 1 ຫົວ.

9 ໝາກເຜັດແດງໃຫຍ່ 2 ໜ່ວຍ.

10 ຫົວຜັກບົ່ວໃບ 2 ຕົ້ນ.

11 ນ້ຳມັນຫອຍ 2 ບ່ວງແກງ.

12 ນ້ຳຕານ 1 ບ່ວງກາເຟ.

13 ນ້ຳສະອິວ 2 ບ່ວງກາເຟ.

14 ນ້ຳມັນ 1 ບ່ວງແກງ.

ວິທີປຸງແຕ່ງ:

ລ້າງເຫັດທຸກຢ່າງໃຫ້ສະອາດຊອຍເປັນຕ່ອນພໍປະມານ ສ່ວນໝາກເຜັດໃຫຍ່ ແລະ ຫົວຜັກບົ່ວໃຫຍ່ຊອຍຄືກັນ. ຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງພໍຮ້ອນເອົາກະທຽມສັບລົງໄປຂົ້ວຈົນຫອມ ແລ້ວໃສ່ເຫັດຫອມລົງໄປກ່ອນຂົ້ວຈົນເລີ່ມສຸກຈຶ່ງເອົາເຫັດຊະນິດອື່ນໆ ແລະ ກຸ້ງລົງພ້ອມປຸງລົດຊາດດ້ວຍນ້ຳຕານ, ນ້ຳມັນຫອຍ, ນ້ຳສະອິວຂົ້ວຈົນທຸກຢ່າງສຸກສຸດທ້າຍຊອຍຫົວຜັກບົ່ວໃບລົງຕັກໃສ່ຈານພ້ອມເສີບ.

(ຮຽບຮຽງຈາກ: cookpad.com )