ແຈ້ງໂຈະ! ການສາຍຮູບເງົາ ໃນຂອບເຂດທົ່ວປະເທດ

64

ເພື່ອເປັນການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່( COVID-19) ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈຶ່ງອອກແຈ້ງການ ໃຫ້ໂຈະຊົ່ວຄາວ ການສາຍຮູບເງົາ ຂອງໂຮງສາຍຮູບເງົາ ແລະ ໜ່ວຍສາຍຮູບເງົາເຄື່ອນທີ່ໃນຂອບເຂດທົ່ວປະເທດ.

ອີງຕາມແຈ້ງການ ຂອງຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເລກທີ 125/ຫກ ລົງວັນທີ 24 ມີນາ 2020 ເຖິງ ທ່ານ ຫົວຫນ້າອໍານວຍການໂຮງຮູບເງົາ ແລະ ຫນ່ວຍສາຍຮູບເງົາເຄື່ອນທີ່ທົ່ວປະເທດ ກ່ຽວກັບການ ໂຈະຊົ່ວຄາວ ການສາຍຮູບເງົາ ຂອງໂຮງສາຍຮູບເງົາ ແລະ ໜ່ວຍສາຍຮູບເງົາເຄື່ອນທີ່ໃນຂອບເຂດທົ່ວປະເທດ.

ອີງຕາມ ຫນັງສືສະເຫນີຂອງກົມຮູບເງົາ ສະບັບເລກທີ 258/ຮງ, ລົງວັນທີ່ 20 ມີນາ 2020; ອີງຕາມ ແຈ້ງການຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສະບັບເລກທີ 11/ຖວທ,

ລົງວັນທີ 19 ມິນາ 2020.

ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ປັດຈຸບັນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່(COVID-19) ກໍາລັງແຜ່ລະບາດໜັກຢູ່ປະເທດຕ່າງໆ ອົງການອະນາໄມໂລກ ໄດ້ປະກາດເຫດການສຸກເສີນທາງດ້ານສາທາລະນະສຸກ ໂດຍປະກາດໃຫ້ການແຜ່ລະບາດຂອງ ພະຍາດດັ່ງກ່າວເປັນການລະບາດໃຫ່ຍ (Pandarmic) ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ຍົກລະດັບ ມາດຕະການເຝົ້າລະວັງ, ສະກັດກັ້ນ ແລະ ຄວບຄຸມການລະບາດ ແລະ ໂຕ້ຕອບ. ສ່ວນຢູ່ປະເທດເຮົາ, ເຖິງວ່າໃນປະຈຸ ບັນ ຍັງບໍ່ທັນກວດພົບຜູ້ຕິດເຊື້ອພະຍາດ COVID-19, ແຕ່ກໍ່ຍັງມີຄວາມສ່ຽງສູງ ຍ້ອນມີຊາຍແດນຕິດຈອດກັບບັນດາ ປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ, ດ້ວຍເຫດນີ້ ລັດຖະບານ ຈຶ່ງໄດ້ສຸມໃສ່ບັນດາມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ, ພ້ອມທັງ ມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະພາບການ.

ດັ່ງນັ້ນ, ປະຕິບັດຕາມມາດຕະການລວມຂອງລັດຖະບານໃນການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນພະຍາດອັກເສບ ປອດຈາກເຊື້ອຈຸລະໂລກສາຍພັນໃຫມ່( COVID-19) ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈຶ່ງອອກແຈ້ງການມາຍັງບັນດາທ່ານດັ່ງນີ້: ໃຫ້ໂຈະຊົ່ວຄາວການສາຍຮູບເງົາ ໃນໂຮງສາຍຮູບເງົາ ແລະ ຫນ່ວຍ ສາຍຮູບເງົາເຄື່ອນທີ່ ໃນຂອບເຂດທົ່ວປະເທດ ນັບຕັ້ງແຕ່ວັນທີ່ 26 ມີນາ 2020 ເປັນຕົ້ນໄປ ຈົນກວ່າສະພາບການຈະຫຼຸດລົງສູ່ພາວະປົກກະຕິ.

ພາບຈາກ: Major