ແຂວງໄຊຍະບູລີ ສະຫຼຸບຖອດຖອນບົດຮຽນການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ

219

ກອງປະຊຸມສະຫຼຸບຖອດຖອນບົດຮຽນການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ມີນາ 2020 ທີ່ສະໂມສອນຫ້ອງວ່າການແຂວງ ໂດຍຂອງ ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ; ເຂົ້າຮ່ວມມີບັນດາທ່ານຈາກຄະນະຈັດຕັ້ງສູນກາງພັກ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ ແລະ ເລຂາພັກ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມພາຍຫຼັງທີ່ ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ, ທ່ານ ດວງຕາ ໄຊວຸດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ 11 ເມືອງທົ່ວແຂວງ ໂດຍໄດ້ກະກຽມໄປຕາມ 5 ບາດກ້າວ.

ມາຮອດປັດຈຸບັນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ 11 ເມືອງ ແມ່ນສໍາເສັດ 100%. ສ່ວນຜົນໄດ້ຮັບການດໍາເນີນກອງປະຊຸມ ໃຫຍ່ອົງຄະນະພັກເມືອງ ເປັນຕົ້ນແມ່ນ: ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າໄດ້ເຂົ້າຮ່ວມຂະບວນການຕ່າງໆ ແລະ ເຂົ້າຮ່ວມເຊື່ອມຊຶມແນວທາງ, ນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍເລີ່ມແຕ່ຄອບຄົວຂຶ້ນມາຢ່າງເປັນລະບົບຕໍ່ເນື່ອງ ແລະ ທົ່ວເຖິງ, ກໍາລັງ ປກສ, ກອງຫຼອນບ້ານໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ອົງການປົກຄອງບ້ານ ແລະ ພົນລະເມືອງທຸກຄົນໄດ້ເປັນເຈົ້າການ ແລະ ເຂົ້າຮ່ວມຂະບວນການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ.

ທົ່ວແຂວງມີຮາກຖານພັກທັງໝົດ 1.331 ຮາກຖານ. ໃນນີ້, ຄະນະພັກຮາກຖານ 75 ຄະນະພັກຮາກຖານ, ມີໜ່ວຍພັກຮາກຖານ 1.256 ໜ່ວຍ ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ເພີ່ມຂຶ້ນ 246 ໜ່ວຍ, ມີສະມາຊິກພັກທັງໝົດ 19.474 ສະຫາຍ ( ຍິງ 5.314 ສະຫາຍ ), ສະມາຊິກພັກສໍາຮອງ 1.273 ສະຫາຍ ( ຍິງ 455 ສະຫາຍ ), ສະມາຊິກພັກເພີ່ມຂຶ້ນ 5.507 ສະຫາຍ ( ຍິງ 2.253 ສະຫາຍ ).

ພາບປະກອບຂ່າວ

[ ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ ]