ທຸລະກິດທ່ອງທ່ຽວອາຊີທະຍອຍປິດຈາກຜົນກະທົບຂອງພະຍາດ

200

ຫຼັງຈາກທີ່ອົງການອະນາໄມໂລກປະກາດໃຫ້ໂຄວິດ-19ເປັນການລະບາດທົ່ວໂລກ ແລະ ມີການຈໍາກັດການເດີນທາງ ແລະ ມີຄໍາປະກາດເຕືອນຈາກຕ່າງປະເທດຕ່າງໆຫຼາຍຂຶ້ນເຮັດໃຫ້ທຸລະກິດຈໍານວນຫຼາຍໃນອຸດສາຫະກໍາທ່ອງທ່ຽວຂອງອາຊີພາກັນປິດທຸລະກິດ ແລະ ບາງບໍລິສັດເຖິງກັບລົ້ມລະລາຍ.

ບໍລິສັດທ່ອງທ່ຽວແຫ່ງໜຶ່ງໃນໄທແຈ້ງພະນັກງານວ່າ:ບໍລິສັດບໍ່ສາມາດແບກຮັບຄວາມສູນເສຍທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະເວລາທີ່ນັກທ່ອງທ່ຽວຕ່າງປະເທດຫຼຸດລົງຢ່າງວ່ອງໄວເນື່ອງຈາກບັນຫາການລະບາດຂອງພະຍາດດັ່ງກ່າວເຊັ່ນດຽວກັບທຸລະກິດອື່ນໆທີ່ຕ້ອງເພິ່ງພາລາຍໄດ້ຈາກນັກທ່ອງທ່ຽວຕ່າງປະເທດເປັນຕົ້ນຈີນ,ສະນັ້ນຈຶ່ງຕ້ອງປິດບໍລີສັດ.

ນັບຕັ້ງແຕ່ທາງການຈີນປະກາດຫ້າມຄະນະທົວອອກນອກປະເດເປັນສ່ວນໜຶ່ງຂອງຄວາມພະຍາຍາມບັນເທົາການລະບາດຂອງໂຄວິດ-19ເຊິ່ງເຮັດໃຫ້ການຍົກເລີກການເດີນທາງຄັ້ງໃຫຍ່ໄປຕາມສະຖານທີ່ທ່ອງທ່ຽວຕ່າງໆທີ່ເປັນແຫຼ່ງທ່ອງທ່ຽວຍອດນິຍົມຂອງຄົນຈີນເຊັ່ນໄທ,ຫວຽດນາມ,ສິງກະໂປ,ອິນໂດເນເຊຍ ແລະ ປະເທດອື່ນໆໃນອາຊີ.

ຂະນະນີ້ຫຼັງຈາກທີ່ອົງການອະນາໄມໂລກປະກາດໃຫ້ໂຄວິດ-19ເປັນການລະບາດໃຫຍ່ທົ່ວໂລກທີ່ມີຜູ້ຄົນກວ່າ130.000ຄົນທົ່ວໂລກຕິດພະຍາດ ແລະ ມີການຈໍາກັດການເດີນທາງ ແລະ ມີຄໍາເຕືອນຈາກປະເທດຕ່າງໆຫຼາຍຂຶ້ນ,ທຸລະກິດທ່ອງທ່ຽວຈໍານວນຫຼາຍໃນອຸດສາຫະກໍາທ່ອງທ່ຽວຂອງອາຊຽນພາກັນປິດທຸລະກິດ ແລະ ບໍລິສັດບາງສ່ວນເຖິງຂັ້ນລົ້ມລະລາຍ.

ຢ່າງໃດກໍຕາມນັກວິເຄາະສ່ວນໃຫຍ່ຄາດຄະເນວ່າ:ຫຼັງຈາກຜ່ານພົ້ນວິກິດໂຄວິດ-19ໃນຄັ້ງນີ້ແລ້ວ,ຄວາມຕ້ອງການໃນອຸດສາຫະກໍາທ່ອງທ່ຽວຈະຟື້ນຄືນຄ້າຍຄືກໍລະນີພະຍາດຊາຣ໌ລະບາດເມື່ອ17ປີກ່ອນ;ດ້ວຍສາເຫດນີ້,ບໍລິສັດຂະໜາດໃຫຍ່ຕ້ອງພະຍາຍາມຢູ່ໃຫ້ລອດໃນສະພາວະຂາລົງດ້ວຍການຫຼຸດຕົ້ນທຶນຄ່າໃຊ້ຈ່າຍ.

ການທ່ອງທ່ຽວເປັນແຫຼ່ງລາຍຮັບຂອງຫຼາຍປະເທດໃນອາຊີໂດຍສະເພາະເມື່ອປີກ່ອນທະວີບນີ້ຮອງຮັບນັກທ່ອງທ່ຽວຈີນປະມານ30ລ້ານຄົນຄິດເປັນອັດຕາສ່ວນກວ່າ20%ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດໂດຍລວມ.

ການລະບາດຂອງພະຍາດຮ້າຍສ້າງຜົນກະທົບທີ່ຮ້າຍແຮງແກ່ປະເທດທີ່ເພິ່ງພາລາຍຮັບຈາກການທ່ອງທ່ຽວ,ບາງປະເທດມີຍອດນັກທ່ອງທ່ຽວເດີນທາງເຂົ້າປະເທດໃນເດືືອນ ກຸມພານີ້ຫຼຸດລົງຫຼາຍເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ສ່ວນທຸລະກິດທີ່ເພິ່ງພາລາຍໄດ້ຈາກນັກທ່ອງທ່ຽວຈີນກໍໄດ້ຮັບຜົນກະທົບໜັກທີ່ສຸດ,ຫຼ້າສຸດມີບໍລິສັດທ່ອງທ່ຽວໃນຫຼາຍປະເທດໄດ້ຍື່ນເອກະສານເຂົ້າສູ່ພາວະລົ້ມລະລາຍໃນປີນີ້.

ໃນໄລຍະທີ່ຜ່ານມາ,ອົງການການທ່ອງທ່ຽວໂລກໃຫ້ຮູ້ວ່າການລະບາດຂອງພະຍາດດັ່ງກ່າວຈະເຮັດໃຫ້ນັກທ່ອງທ່ຽວຫຼຸດລົງ3% ແລະ ເງິນໝຸນວຽນໃນອຸດສາຫະກໍາການທ່ອງທ່ຽວຈະສູນເສຍໄປະມານ30.000ລ້ານໂດລາ-50.000ລ້ານໂດລາ.ໃນນີ້ພາກພື້ອາຊີປາຊີຟິດຈະໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດເນື່ອງຈາກຈໍານວນນັກທ່ອງທ່ຽວຈະຫຼຸດລົງ9-12%ເນື່ອງຈາກນະໂຍບາຍຄວບຄຸມພະຍາດຂອງລັດຖະບານຈີນເຊິ່ງຈໍາກັດການເດີນທາງອອກນອກປະເທດ.

ຂະນະທີ່ຫຼາຍປະເທດໃຊ້ນະໂຍບາຍຍົກເລີກການເຂົ້າອອກເມືອງຄຽງຄູ່ກັບຄວາມກັງວົນຂອງປະຊາຊົນທີ່ມີຕໍ່ການລະບາດເຮັດໃຫ້ຄວາມຕ້ອງການເດີນທາງຫຼຸດລົງ.