ປີ 2019 ເມືອງນໍ້າບາກ ເກັບລາຍຮັບເຂົ້າງົບປະມານໄດ້ 8,6 ຕື້ກີບ

295

ໃນປີ 2019 ເມືອງນໍ້າບາກ ແຂວງຫຼວງພະບາງ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 8,6 ຕື້ກີບ. ເຖິງຢ່າງໃດກໍຕາມ, ຍັງເຫັນວ່າລາຍຮັບຍັງຂາດດຸນກັບລາຍຈ່າຍຫຼາຍພໍສົມຄວນ. ສະນັ້ນ, ໃນປີ 2020 ບັນດາພາກສ່ວນຕ່າງໆຕ້ອງເອົາໃຈໃສ່ຕື່ມໃນການປະຕິບັດແຜນງົບປະມານປະຈຳປີຂອງເມືອງ.

ທ່ານ ສົມຫວັງ ພອນຄຳວົງສາ ເລຂາພັກເມືອງ ເຈົ້າເມືອງນ້ຳບາກ ໄດ້ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດງົບປະມານທົ່ວເມືອງ ປະຈຳປີ 2019 ທີ່ຈັດຂຶ້ນໃນວັນທີ 12 ມີນາ 2020 ວ່າ: ໄລຍະ 1 ປີຜ່ານມາ ສາມາດຈັດເກັບລາຍຮັບໄດ້ 8,6 ຕື້ກວ່າກີບ ປະຕິບັດໄດ້ລື່ນແຜນ 700 ກວ່າລ້ານກີບ. ໃນນີ້, ລາຍຮັບສ່ວຍສາອາກອນແຜນການປີ 4,5 ຕື້ກີບ ປະຕິບັດໄດ້ 4,9 ຕື້ກີບ ເທົ່າກັບ 109,90% ຂອງແຜນການປີ.

ພາບປະກອບຂ່າວ

ຄຽງຄູ່ກັນນີ້, ຍັງເຫັນວ່າລາຍຮັບ ແລະ ລາຍຈ່າຍຂອງເມືອງຍັງຂາດດຸນຫຼາຍ ເຊິ່ງລາຍຈ່າຍປະຕິບັດໄດ້ 33,3 ຕື້ກວ່າກີບ ສົມທຽບລາຍຮັບກັບລາຍຈ່າຍໃນປີ 2019 ຜ່ານມາງົບປະມານແມ່ນຂາດດຸນ ແລະ ໄດ້ຮັບການດຸນດ່ຽງຈາກງົບປະມານຂອງແຂວງ 23,9 ຕື້ກວ່າກີບ.
ສະນັ້ນ, ໃນປີ 2020 ແຕ່ລະພາກສ່ວນຕ້ອງເອົາໃຈໃສ່ຕື່ມສືບຕໍ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ສະມາຊິກພັກ, ພະນັກງານມີແນວຄິດກະຕືລືລົ້ນຕໍ່ໜ້າທີ່ວຽກງານຫຼາຍຂຶ້ນ, ເກັບກຳຖານຂໍ້ມູນລາຍຮັບໃຫ້ລະອຽດ ເພື່ອໃຫ້ປີ 2020 ສາມາດເກັບລາຍຮັບງົບປະມານໃຫ້ບັນລຸ 8,1 ຕື້ກວ່າກີບຂຶ້ນໄປ.

ພາບປະກອບຂ່າວ