ຄຳມ່ວນແຈ້ງ! ຫ້າມຈຳໜ່າຍຜະລິດຕະພັນການແພດເກີນລາຄາລັດກຳນົດ ພົບຜູ້ລະເມີດສາຍດ່ວນ 1510

152

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ແຈ້ງຫ້າມຈຳໜ່າຍສິນຄ້າ ແລະ ອຸປະກອນທາງການແພດເກີນກວ່າລາຄາທີ່ລັດກຳນົດໃຫ້ ໂດຍສະເພາະຜ້າປິດປາກເກີນລາຄາ 25.000 ກີບ/ກັບ ພ້ອມທັງກຳນົດເອົາຜ້າອັດປາກ ແລະ ນໍ້າຢາລ້າງມືເຂົ້າໃນບັນຊີສິນຄ້າຄວບຄຸມ.

ອີງຕາມ ສະບັບເລກທີ 195/ພອຄ.ຄມ ລົງວັນທີ 17 ມີນາ 2020 ຂອງພະແນກອຸດສາຫະກຳ ແລະ ການຄ້າ ເຖິງ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ 10 ຕົວເມືອງ ໃນແຂວງ; ບຸກຄນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຂາຍຈຳໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ເລື່ອງການກຳນົດລາຄາຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຍືດທຸກລຸ້ນ ແລະ ນໍ້າຢາລ້າງມື ໃນຂອບເຂດທົ່ວແຂວງຄຳມ່ວນ.

ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າອຂວງ, ຮອງປະທານ ທັງເປັນຜູ້ປະຈຳການວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ອອກແຈ້ງການດັ່ງນີ້:

1 ກໍານົດເອົາລາຍການສິນຄ້າ ຜ້າອັດປາກ-ດັ່ງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດຍທຸກລຸ້ນ ແລະ ນໍ້າຢາລ້າງມື (ເຈວລ້າງມື) ເຂົ້າຢູ່ໃນບັນຊີຄວບຄຸມລາຄາສິນຄ້າ ໃນຊ່ວງໄລຍະນີ້.

2 ກໍານົດລາຄາຂາຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດທຸກລຸ້ນ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ (01 ກັບມີ 50 ອັນ), ຖ້າແຍກຂາຍຍ່ອຍຕ້ອງຂາຍໃນລາຄາບໍ່ເກີນ 1.000 ກີບ/ອັນ.

3 ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຮ້ານຈໍາຫນ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ສວຍໂອກາດຂຶ້ນລາຄາ ຫຼື ກັກຕຸນສິນຄ້າ ເພື່ອເກັງກໍາໄລ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ເທິງນີ້.

4 ມອບໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແຕ່ງຕັ້ງພະນັກງານ ກໍ່ຄືເຈົ້າໜ້າທີ່ກວດກາການຄ້າ ບົນພື້ນຖານສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມ, ກວດກາຢູ່ຕາມບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຮ້ານຂາຍຍ່ອຍຕ່າງໆເປັນປະຈໍາປົກກະຕິ, ຖ້າຫາກພົບເຫັນການລະເມີດໃຫ້ໃຊ້ມາດຕະການທາງດ້ານບໍລິຫານ, ດ້ານຄະດີທາງອາຍາ, ຄະດີແພ່ງ, ຖອນໃບທະບຽນວິສາຫະກິດ ແລະ ໃບະນຸຍາດດຳເນີນທຸລະກິດ ແລະ ມາດຕະການອື່ນໆ ຕາມກົດໝາຍທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

5 ຖ້າບຸກຄົນໃດຫາກພົບເຫັນຜູ້ປະກອບການລະເມີດແຈ້ງການສະບັບນີ້ ແມ່ນໃຫ້ແຈ້ງເຖິງເປີໂທສາຍດ່ວນ ປົກປ້ອງຊົມໃຊ້ 1510.

6 ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຈະມີການປ່ຽນແປງ ໃນກໍລະນີຕົ້ນທຶນການຜະລິດ ຫຼື ການນໍາເຂົ້າເໜັງຕີງຂຶ້ນ-ລົງ ທາງພະແນກອຸດສາຫະກໍາ ແລະ ການຄ້າ ຈະອອກແຈ້ງການໃໝ່ເພີ່ມເຕີມ.