ງານທັອບໄທແບຣນ ຈັດເວທີຈັບຄູ່ທຸລະກິດ ໄທ – ລາວ ຕໍ່ຍອດການຄ້າໃນອະນາຄົດ

205

ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈໍານະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ຣາຊະອານາຈັກໄທ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຈັດງານທັອບໄທແບຣນ ເພື່ອເປີດໂອກາດໃຫ້ນັກທຸລະກິດສອງຝ່າຍໄດ້ມີໂອກາດປຶກສາຫາລື ທັງເປັນເວທີເຈລະຈາຈັບຄູ່ທຸລະກິດ Business Matching ໄທ – ລາວ ເພີ່ມສັກກະຍະພາບການຄ້າ, ການລົງທຶນເຊື່ອມຕໍ່ກັບກຸ່ມປະເທດພາກລຸ່ມນໍ້າຂອງ ເມື່ອວັນທີ 4 – 8 ມີນາ 2020 ຜ່ານມາ ຢູ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ນະຄອນຫຼວງວຽງຈັນ.

ພາບປະກອບຂ່າວ

ຈຸດປະສົງຂອງງານກໍເພື່ອເພີ່ມຊ່ອງທາງ ແລະ ໂອກາດທາງການຕະຫຼາດໃຫ້ຜູ້ປະກອບການໄທ ແລະ ປະເທດເພື່ອນບ້ານມີໂອກາດພົບປະເຈລະຈາການຄ້າ ແລະ ເພີ່ມໂອກາດເຮັດທຸລະກິດຮ່ວມກັນສົ່ງເສີມພາບຫຼັກ, ເຜີຍແຜ່ປະຊາສໍາພັນສິນຄ້າໃຫ້ເປັນທີ່ຮູ້ຈັກທັງໃນປະເທດ ແລະ ຕ່າງປະເທດ ລວມທັງສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການ. ນອກນັ້ນ, ຍັງມີກິດຈະກໍາສໍາມະນາໃຫ້ ຄວາມຮູ້ກ່ຽວກັບທຸລະກິດ ແລະ ການຄ້າລະຫວ່າງປະເທດ, ກິດຈະກໍາ Tip&Talk ຈາກບຸກຄົນທີ່ມີຊື່ສຽງຂອງໄທ ແລະ ກິດຈະກໍາການລົງນາມບັນທຶກຄວາມຮ່ວມມື ( MOU ) ດ້ານການຄ້າ ແລະ ການລົງທຶນ ໂດຍມີສິນຄ້ານະວັດຕະກໍາ ເຊັ່ນ: ລົດໄຟຟ້າ, ປຸ໋ຍອໍການິກ, ການຮຽນ MAB online ຈາກມະຫາວິທະຍາໄລຫໍການຄ້າໄທ ແລະ ສິນຄ້າອື່ນໆອີກຫຼາກຫຼາຍ.

ພາບປະກອບຂ່າວ

ທ່ານ ນາງ ປະວິດຕາ ມ່ວງສະກຸນ ຮັກສາການອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າ ໄດ້ກ່າວວ່າ: ສໍາລັບໄທ ແລະ ລາວ ຖືວ່າເປັນເພື່ອນບ້ານທີ່ມີຄວາມໃກ້ຊິດກັນ ການຈັດງານດັ່ງກ່າວເຮັດໃຫ້ທຸລະກິດໄທ ແລະ ລາວ ໄດ້ໂອ້ລົມແລກປ່ຽນສິນຄ້ານະວັດຕະກໍາໃໝ່ໆທີ່ຕອບສະໜອງຕໍ່ ຄວາມຕ້ອງການ ແລະ ການພັດທະນາພາກ SMEs ຂອງ ສປປ ລາວ ແລະ ການນໍາເຕັກໂນໂລຊີ – ນະວັດຕະກໍາມາປັບໃຊ້ໃນລະບົບການສຶກສາທີ່ຈະຊ່ວຍຕໍ່ຍອດການສ້າງບຸກຄະລາກອນທີ່ມີຄຸນນະພາບ.

ພາບປະກອບຂ່າວ