ດ່ວນ! ຄະນະສະເພາະກິດ ສະເໜີໃຫ້ ປິດຊົ່ວຄາວໂຮງຮຽນລ້ຽງເດັກ-ອະນຸບານ ທົ່ວປະເທດ

257

ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ທີ່ແຜ່ຂະຫຍາຍເປັນວົງກວ້າງຢູ່ຫຼາຍປະເທດໃນທົ່ວໂລກ ເຮັດໃຫ້ລາວເຮົາຕ້ອງມີມາດຕະການເຄັ່ງຄັດເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ ດ້ວຍຫຼາຍວິທີທາງ ເຊິ່ງຫຼ້າສຸດ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 (ສພກ) ໄດ້ສະເໜີເຖິງກະຊວງສຶກສາທິການແລະກີລາ ປິດຊົ່ວຄາວໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອະນຸບານ ໃນທົ່ວປະເທດເພື່ອຍົກສູງມາດຕະການເຝົ້າລະວັງພະຍາດໂຄວິດ-19.

ອີງຕາມໜັງສືສະເໜີຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ສະບັບເລກທີ 011/ສພກ, ລົງວັນທີ 16 ມີນາ 2020 ໃຫ້ຮູ້ວ່າ: ເຖິງແມ່ນວ່າ ປັດຈຸບັນ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊຂື້ອໂຄວິດ-19 ແຕ່ຖືວ່າຍັງມີຄວາມສ່ຽງສູງ ຍ້ອນປະເທດໃກ້ຄຽງມີການລະບາດແລ້ວ ແລະ ຍັງມີຜູ້ເດີນທາງມາຈາກປະເທດທີ່ມີການລະບາດເຂົ້າ-ອອກ ສປປ ລາວ ເປັນຕົ້ນ ນັກລົງທຶນ, ພະນັກງານຊ່ຽວຊານ, ກໍາມະກອນໂຄງການກໍ່ສ້າງ, ນັກຮຽນນັກສຶກສາ ແລະ ອື່ນໆ ສະນັ້ນ, ເພື່ອເປັນການຫຼຸດຄວາມສ່ຽງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງສູງເຊັ່ນ: ຜູ້ສູງອາຍຸ, ເດັກນ້ອຍ ແລະ ຜູ້ມີພູມຄຸ້ມກັນຕໍ່າ ເຊິ່ງໃນນັ້ນເຂດສ່ຽງມີທັງບັນດາສະຖານທີ່ລ້ຽງເດັກ ແລະ ໂຮງຮຽນອະນຸບານແຫ່ງຕ່າງໆ.

ດັ່ງນັ້ນ ຈຶ່ງສະເໜີມາຍັງກະຊວງສຶກສາທິການ ພິຈາລະນາອອກແຈ້ງການປິດຊົ່ວຄາວໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອະນຸບານ ເລີ່ມແຕ່ວັນທີ 17 ມີນາ 2020 ເປັນຕົ້ນໄປ ຈົນກວ່າສະຖານະການການລະບາດຂອງພະຍາດໂຄວິດ ຈະສາມາດຄວບຄຸມໄດ້ ພ້ອມທັງແນະນຳວິທີການເບິ່ງແຍງດູແລລູກຫຼານ ໃຫ້ຢູ່ໃນສະຖານທີປອດໄພ ຖືກຫຼັກຂະພາບສຸຂະອະນາໄມ.