ໄວ! 3 ໜ້າວຽກທາງລົດໄຟລາວ-ຈີນຊ່ວງແຂວງອຸດົມໄຊ ສໍາເລັດແລ້ວເກືອບ 100%

229

ເຖິງສະຖານະການໂລກຈະດຳເນີນໄປຢ່າງສັບສົນ, ໄວຣັສລະບາດໄປຫຼາຍປະເທດ ແຕ່ສຳລັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ເຂັ້ມງວດກວດກາພະນັກງານກຳມະກອນໃຫ້ຢູ່ໃນຄວາມພ້ອມທີ່ສາມາດດຳເນີນການກໍ່ສ້າງໄດ້ ແລະທຸກໜ້າວຽກແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ມາຮອດປັດຈຸບັນສະເພາະຊ່ວງແຂວງອຸດົມໄຊມີ 3 ໜ້າວຽກໃຫຍ່ສໍາເລັດແລ້ວເກືອບ 100%.

ໃນບັນດາໜ້າວຽກທີ່ວ່ານີ້ລ້ວນເປັນວຽກຫຼັກຂອງການກໍ່ສ້າງທີ່ປະກອບມີການເຈາະອຸໂມງ ສໍາເລັດແລ້ວ 94,96%; ວຽກດິນຕັດ-ດິນຖົມຄັນທາງ ສໍາເລັດແລ້ວ 97,91%, ສ່ວນການສ້າງເສົາຂົວທາງລົດໄຟ ສໍາເລັດແລ້ວ 100%.

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດໃນນີ້ແລວທາງທີ່ຜ່ານແຂວງອຸດົມໄຊຄວາມຍາວ 126,6 ກິໂລແມັດ ປະກອບມີ 9 ສະຖານີ, ແຕ່ໃນໄລຍະທຳອິດແມ່ນກໍ່ສ້າງພຽງ 3 ສະຖານີຄື: ສະຖານີເມືອງນາໝໍ້, ສະຖານີເມືອງໄຊ ແລະ ສະຖານີເມືອງງາ.

ດ້ານຈຸດກໍ່ສ້າງຂົວໃໝ່ 60 ແຫ່ງ, ຄວາມຍາວລວມ 12,695 ກິໂລແມັດ ກວມອັດຕາສ່ວນ 10,02% ຂອງຄວາມຍາວຜ່ານແຂວງອຸດົມໄຊ, ມີອຸໂມງ 32 ອຸໂມງ, ຄວາມຍາວລວມ 84,869 ກິໂລແມັດ, ກວມອັດຕາສ່ວນ ເທົ່າກັບ 67,03% ຂອງຄວາມຍາວຜ່ານແຂວງອຸດົມໄຊ, ຈຸດດິນຕັດ-ດິນຖົມຄັນທາງ ມີຄວາມຍາວ 29,036 ກິໂລແມັດ ເທົ່າກັບ 22,93% ຂອງຄວາມຍາວຜ່ານແຂວງອຸດົມໄຊ.

ສ່ວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການວຽກງານເຈາະອຸໂມງ ທັງ 32 ອຸໂມງ ທີ່ປະກອບດ້ວຍສາມສັນຍານັ້ນມີຄວາມຍາວທັງໝົດ 84,869 ກິໂລແມັດ, ມາຮອດປັດຈຸບັນ ເຈາະສໍາເລັດແລ້ວ 26 ອຸໂມງ ຄວາມຍາວ 81,443 ກິໂລແມັດ ເທົ່າກັບ 94,96% ຂອງຄວາມຍາວທັງໝົດຜ່ານແຂວງອຸດົມໄຊ.

ວຽກກໍ່ສ້າງເສົາຂົວທາງລົດໄຟ ລາວ-ຈີນ (ຊ່ວງຜ່ານແຂວງອຸດົມໄຊ) ທັງ 3 ສັນຍາລວມທັງໝົດ 716 ຕົ້ນ, ກໍ່ສ້າງສໍາເລັດແລ້ວ 100% ຂອງຈຳນວນທັງໝົດທີ່ຜ່ານແຂວງອຸດົມໄຊ; ວຽກດິນຕັດ-ດິນຖົມຄັນທາງລົດໄຟ ລາວ-ຈີນ (ຊ່ວງຜ່ານແຂວງອຸດົມໄຊ) ທັງ 3 ສັນຍາ ປະຕິບັດໄດ້ແລ້ວ 97,91 %.

ທີ່ມາ: Railway ODX