ຫາລືການທົດແທນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ເຂື່ອນໄຟຟ້າ ເຊກອງຕອນລຸ່ມ A

258

ວັນທີ 12 ມີນາ 2020 ທີ່ຜ່ານມາ, ແຂວງອັດຕະປື ໄດ້ຈັດກອງປະຊຸມ ປຶກສາຫາລືການທົດແທນຜົນເສຍຫາຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊກອງ ຕອນລຸ່ມ A ເມືອງ ສະໜາມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ນຫລ້າ ໂຊຍະສິດ ຮອງເຈົ້າແຂວງອັດຕະປື, ມີຄະນະກຳມະທິການເສດຖະກິດສະພາປະຊາຊົນ, ຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ຜູ້ຕ່າງໜ້າຈາກ 5 ບ້ານ ທີ່ຖືກຜົນກະທົບເຂົ້າຮ່ວມ.

ເຊິ່ງກອງປະຊຸມໄດ້ພ້ອມກັນປືກສາຫາລື, ປະກອບຄຳຄິດຄຳເຫັນ ໃນຄວາມເປັນໄປໄດ້ຕາມທີ່ຜູ້ພັດທານາໂຄງ ການຈະໄດ້ທົດແທນຜົນເສຍຫາຍລວມທັງຊົ່ວຄາວ ແລະ ຖາວອນ ໃຫ້ເປັນເອກະພາບທາງດ້ານຂໍ້ມູນຢ່າງຊັດເຈນ ເພື່ອພ້ອມກັນສືບຕໍ່ແກ້ໄຂບັນຫາທີ່ເກີດຂຶ້ນນັ້ນ ໃຫ້ຖືກຕ້ອງຕາມນິຕິກຳກ່ອນຈະໄດ້ມີການດຳເນີນໂຄງການກໍ່ສ້າງ ເນື່ອງຈາກວ່າ ແຂວງອັດຕະປື ມີຫລາຍໂຄງການໃນໄລຍະຜ່ານມາ ປະຊາຊົນໄດ້ຖືກຜົນກະທົບໄດ້ຮັບຄ່າຊົດເຊີຍອັນບໍ່ສົມເຫດສົມຜົນ.

ທ່ານ ອຸນຫລ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ໄດ້ກ່າວວ່າ: ການພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ເມືອງ ສະໝາມໄຊ ຂໍໃຫ້ຫລີກລ່ຽງຄວາມສ່ຽງດ້ານຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ປະຊາຊົນ, ທຸກຂໍ້ມູນລາຍລະອຽດແມ່ນໃຫ້ໄດ້ຮັບການຢັ້ງຢືນຄຸນນະພາບຈາກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ, ພະແນກ ກະສິກຳ-ປ່າໄມ້, ພະແນກ ພະລັງງານ ແລະ ບໍແຮ່ ແລະ ພະແນກການກ່ຽວຂ້ອງອື່ນໆ ຢ່າງລະອຽດ ເພື່ອຈະໄດ້ມີການວິເຄາະບັນຫາຄວາມສ່ຽງທີ່ຈະເກີດໄວ້ກ່ອນລ່ວງໜ້າຢ່າງທັນກັບສະພາບການ.

ພາບປະກອບຂ່າວເທົ່ານັ້ນ

ຜ່ານການລົງສຳຫລວດຕົວຈິງຂອງ ຄະນະກຳມາທິການຮັບຜິດຊອບການທົດແທນ ຄ່າເສຍຫາຍຂອງປະຊາຊົນ ເຫັນວ່າໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 3.342 ເຮັກຕາ, ໃນນີ້ ເນື້ອທີ່ອ່າງເກັບນໍ້າ 3.254 ເຮັກຕາ, ເນື້ອທີ່ເຂດສັນເຂື່ອນ, ເຮືອນຈັກ, ເສັ້ນທາງ ແລະ ອື່ນໆ, ຈະໄດ້ນໍາໃຊ້ເນື້ອທີ່ດິນຊົ່ວ ຄາວໃນໄລຍະການກໍ່ສ້າງ 54 ເຮັກຕາ, ມີຈຳນວນບ້ານທີ່ຖືກຜົນກະທົບທັງໝົດ 5 ບ້ານຄື: ບ້ານຄັນໝາກນາວ, ຫາດຊາຍສູງ, ນ້ຳກົງ, ຫາດຍາວ ແລະ ບ້ານມິດສຳພັນ.

ໂຄງການດັ່ງກ່າວ ເປັນເຂື່ອນຝາຍນ້ຳລົ້ນ ທີ່ມີລະດັບນ້ຳຖ້ວມ 83 ເເມັດ (ທຽບໃສລະດັບນ້ຳທະເລ) ມີກຳລັງຕິດຕັ້ງ 86 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 380,4 KWH/ປີ ເຊິ່ງລາຍລະອຽດການຊົດເຊີຍຕໍ່ປະຊາ ຊົນທີ່ຖືກຜົນກະທົບນັ້ນ ຈະໄດ້ຖືກພິຈາລະນາປັບປຸງ ແລະ ຮັບຮອງຈາກສະພາປະຊາຊົນ ຫລື ທ່ານເຈົ້າແຂວງ ຕາມລະບຽບການໃນທຸກຂັ້ນຕອນ.

ຂໍ້ມູນຈາກ: ປະເທດລາວ