ລັດຖະມົນຕີ ກະຊວງແຮງງານ ຕິດຕາມຄວາມຄືບໜ້າການແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ

62

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລົງມາເຄື່ອນໄຫວຕິດຕາມ, ຊີ້ນຳວຽກງານການແກ້ໄຂໄພພິບັດ ແລະ ຟື້ນຟູຫຼັງໄພພິບັດທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 11 ມີນາຜ່ານມາ.

ໂອກາດດັ່ງກ່າວຄະນະກຳມະການຄວບຄຸມແກ້ໄຂໄພພິບັດຂັ້ນແຂວງ ແຂວງອັດຕະປື ກໍໄດ້ຈັດກອງປະຊຸມກ່ຽວກັບຄວາມຄືບໜ້າປະຈຳເດືອນກຸມພາ ປີ 2020 ຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍການເຂົ້າຮ່ວມມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະກຳມະການຄວບຄຸມໄພພິບັດຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ປະທານຄະນະກຳມະການຄວບຄຸມແກ້ໄຂໄພພິບັດຂັ້ນແຂວງໄດ້ລາຍງານສະພາບລວມຮອບດ້ານ ກ່ຽວກັບການແກ້ໄຂ ແລະ ຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ຄະນະພັກອໍານາດການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ຕໍ່ການແກ້ໄຂ ແລະ ຟື້ນຟູໃນດ້ານຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດ ເປັນຕົ້ນ: ເອົາໃຈໃສ່ໃນດ້ານສັງຄົມ – ສົງເຄາະ, ການຄຸ້ມຄອງສູນ, ການປະເມີນຜົນກະທົບ ແລະ ການຊົດເຊີຍຜົນເສຍຫາຍອື່ນໆ. ນອກຈາກນີ້, ອໍານາດການປົກຄອງແຂວງ, ເມືອງຍັງໄດ້ເປັນເຈົ້າການໃນການເຈລະຈາຮ່ວມກັບ ບໍລິສັດ ຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ – ເຊນໍ້ານ້ອຍ ໃຫ້ເອົາໃຈໃສ່ກ່ຽວກັບການຊົດເຊີຍຄ່າເສຍຫາຍ.

ແຕ່ລະວຽກລ້ວນແຕ່ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງ ເຮັດໃຫ້ການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ນັບຕັ້ງແຕ່ມື້ເກີດເຫດຈົນເຖິງປັດຈຸບັນ ຊີວິດການເປັນຢູ່ຂອງເຂົາເຈົ້າແມ່ນດີຂຶ້ນເປັນລໍາດັບ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ເພື່ອເຮັດໃຫ້ການແກ້ໄຂ ແລະ ຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດໂດຍໄວ ເປັນຕົ້ນແມ່ນການປຸກສ້າງເຮືອນຢູ່ຖາວອນ, ການຈັດສັນບ່ອນທຳມາຫາກິນໃຫ້ຜູ້ປະສົບໄພໄດ້ດຳລົງຊີວິດຢ່າງເໝາະສົມ, ການຟື້ນຟູດ້ານສິ່ງແວດລ້ອມ, ການສ້ອມແປງພື້ນຖານໂຄງລ່າງ ແລະ ບັນຫາອື່ນໆນຳອີກຫຼາຍຢ່າງ.

ພາບປະກອບ

ໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າລັດຖະບານໄດ້ມອບເຂົ້າສານ ຈໍານວນ 600 ກວ່າໂຕນ ເພື່ອຊ່ວຍເຫຼືອປະຊາຊົນພາຍໃນແຂວງອັດຕະປື ທີ່ປະສົບໄພພິບັດນໍ້າຖ້ວມ ໃນປີ 2019 ຜ່ານມານຳອີກ.