ເຈົ້າເມືອງໄຊພູທອງ ລົງຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງ

63
????????????????????????????????????

ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມເບິ່ງຂະບວນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຢູ່ 2 ກຸ່ມບ້ານ ຄື: ກຸ່ມບ້ານທີ 3 ບ້ານພູມມະເຈດີ ແລະ ບ້ານມ່ວງໄຂ່ ກຸ່ມບ້ານທີ 4 ຂອງເມືອງໄຊພູທອງ.

ສໍາລັບການກໍ່ສ້າງເສັ້ນທາງຢູ່ກຸ່ມບ້ານທີ 3 ພູມມະເຈດີ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກຸມພານີ້ ມີຄວາມຍາວ 235 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ ເຊິ່ງມີມູນຄ່າກໍ່ສ້າງເສັ້ນທາງທັງໝົດ 105 ລ້ານກວ່າກີບ ໂດຍແມ່ນທຶນປະກອບສ່ວນຂອງພໍ່ແມ່ປະຊາຊົນ ແລະ ການປະກອບສ່ວນຂອງນັກທຸລະກິດພາຍໃນບ້ານ ໂດຍນໍາໃຊ້ແຮງງານຂອງພໍ່ແມ່ປະຊາຊົນ 100%.

ການກໍ່ສ້າງເສັ້ນທາງແມ່ນໄດ້ມອບໃຫ້ແຕ່ລະໜ່ວຍພາຍໃນບ້ານຜັນປ່ຽນກັນແຕ່ລະວັນຈົນກວ່າເສັ້ນທາງດັ່ງກ່າວຈະສໍາເລັດ. ການກໍ່ສ້າງເສັ້ນທາງນີ້ສິ່ງສໍາຄັນກໍເພື່ອສ້າງຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ, ທັງເຮັດໃຫ້ການສັນຈອນໄປ – ມາຂອງປະຊາຊົນພາຍໃນບ້ານມີຄວາມສະດວກສະບາຍ.

ສ່ວນການກໍ່ສ້າງເສັ້ນທາງຢູ່ກຸ່ມບ້ານທີ 4 ເຂດບ້ານມ່ວງໄຂ່ ເປັນເສັ້ນທາງເບຕົງເສີມເຫຼັກ ໂດຍແມ່ນ ບໍລິສັດ ພູທອງ ຈະເລີນຊັບ ເປັນຜູ້ຮັບເໝົາກໍ່ສ້າງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 4 ກຸມພາ 2020 ເປັນຕົ້ນມາ, ເສັ້ນທາງດັ່ງກ່າວແມ່ນໄດ້ກໍ່ສ້າງແຕ່ແຍກທາງບ້ານມ່ວງໄຂ່ ຫາບ້ານດອນຕູນ ມີຄວາມຍາວ 455 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ, ມີມູນຄ່າກໍ່ສ້າງທັງໝົດ 595 ລ້ານ ກວ່າກີບ.

ຈາກນັ້ນ, ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ພ້ອມຄະນະກໍຍັງໄດ້ໄປເບິ່ງການສ້ອມແປງຂົວຫ້ວຍໂດນ ລະຫວ່າງບ້ານພູມມະເຈດີ ຫາ ບ້ານໂພນທາດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມເຊາະເຈື່ອນຫັກຊຸດລົງໃນປີ 2019 ຜ່ານມາ ໄດ້ສ້າງຄວາມເສຍຫາຍໜັກສົມຄວນ ເຮັດໃຫ້ການສັນຈອນໄປ – ມາພົບ ຄວາມລໍາບາກ.

ຂົວຫ້ວຍໂດນ ມີຄວາມຍາວ 20 ແມັດ, ກວ້າງ 5 ແມັດ, ມີມູນຄ່າໃນການສ້ອມແປງທັງໝົດ 300 ກວ່າລ້ານກີບ ໂດຍນໍາໃຊ້ທຶນໄພພິບັດຂອງແຂວງ ເຊິ່ງແມ່ນ ບໍລິສັດ ພູທອງຈະເລີນຊັບ ເປັນຜູ້ຮັບເໝົາກໍ່ສ້າງຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນເມສາ ປີ 2020 ນີ້.

( ຂ່າວ – ຮູບ: ພັນທະມິດ ວົງສຸທິ )