ເກີດເຫດໄຟໄໝ້ກຸດຕິວັດບ້ານນາເຫຼັກຄາດຜົນເສຍຫາຍ 200 ລ້ານກວ່າກີບ

48

ໃນຕອນເຊົ້າວັນທີ 12 ມີນາ 2020 ນີ້ ໄດ້ເກີດເຫດໄຟໄໝ້ກຸດຕິວັດສຸລິຍານຸພາໂວມັງຄະຣາມ ( ວັດນາເຫຼັກ ) ບ້ານນາເຫຼັກ ເມືອງ ແລະ ແຂວງສາລະວັນ ເສຍຫາຍໝົດກ້ຽງ, ໜ່ວຍງານດັບເພີງແຂວງສາລະວັນ ໄດ້ເຂົ້າສະກັດໄຟບໍ່ໃຫ້ລຸກລາມໄປບ່ອນອື່ນ.

ພະອາຈານສົມເດັດ ຕວນ ລຸນນະວົງສາ ເຈົ້າອະທິການວັດນາເຫຼັກ ໄດ້ເລົ່າວ່າ: ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາ 9:00 ໂມງ ຂອງວັນທີ 12 ມີນາໄຟໄດ້ລຸກລາມໄໝ້ຢ່າງໄວວາ, ໂຊກດີບໍ່ມີຜູ້ໃດໄດ້ຮັບບາດເຈັບ ເນື່ອງຈາກພະສົງ – ສາມະເນນຈຳນວນໜຶ່ງໄດ້ໄປໂຮງຮຽນ. ໃນເບື້ອງຕົ້ນໄດ້ຍິນສຽງຫຼັງຈາກໄປເບິ່ງເຫັນວ່າໄຟໄດ້ລຸກລາມໄໝ້ຢ່າງໄວວາ, ຮຸນແຮງ ແລະ ບໍ່ສາມາດເອົາຫຍັງໄດ້ທັນ ຍ້ອນວ່າກຸດຕິຫຼັງນີ້ໃຊ້ເປັນບ່ອນເກັບເຄື່ອງກອງບຸນ ( ສາງເກັບເຄື່ອງ ).

ນອກນັ້ນຍັງມີອຸປະກອນ, ເຄື່ອງໃຊ້ຕ່າງໆ ແລະ ຜ້າຫົ່ມ, ໝອນ, ມຸ້ງ ແລະ ອື່ນໆຂອງສາມະເນນເປັນຈຳນວນຫຼາຍ ກໍຖືກໄຟໄໝ້ໝົດກ້ຽງ ຈຶ່ງໄດ້ໂທໃສ່ໜ່ວຍງານດັບເພີງມາສະກັດກັ້ນໄຟບໍ່ໃຫ້ລຸກລາມໄປບ່ອນອື່ນ.

ກຸດຕິດັ່ງກ່າວເປັນກຸດຕິ 2 ຊັ້ນ, ເຄິ່ງໄມ້ເຄິ່ງປູນ ເຊິ່ງມີ ຄວາມຊຸດໂຊມຫຼາຍພໍສົມຄວນແລ້ວ ແລະ ມີອາຍຸການນຳໃຊ້ດົນນານ 10 ກວ່າປີ, ທາງວັດມີແຜນຈະມ້າງກຸດຕິດັ່ງກ່າວແລ້ວແຕ່ເກີດເຫດໄຟໄໝ້ກ່ອນ, ພຽງແຕ່ 20 ກວ່ານາທີເທົ່ານັ້ນ ໄຟໄດ້ໄໝ້ໝົດ.

ສຳລັບຄວາມເສຍຫາຍແມ່ນຫຼາຍສົມຄວນ, ຄາດຄະເນໃນເບື້ອງຕົ້ນປະມານ 200 ລ້ານກວ່າກີບ. ສ່ວນສາເຫດໜ່ວຍງານທີ່ກ່ຽວຂ້ອງ ຄາດຄະເນວ່າແມ່ນໄຟຟ້າລັດວົງຈອນ.

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )