ປີໃໝ່ລາວປີນີ້ ຫຼວງພະບາງສະເໜີຂໍໂຈະງານປະກວດນາງສັງຂານ – ແຫ່ວໍ

234

ສະຖານະການການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ – 19 ຍັງເພີ່ມທະວີຂຶ້ນມີຜູ້ຕິດເຊື້ອແລ້ວ 1 ແສນ ກວ່າຄົນ ເສຍຊີວິດ 4 ພັນ ກວ່າຄົນ ກວມເອົາ 100 ກວ່າປະເທດ ເພື່ອເປັນການປ້ອງກັນບໍ່ໃຫ້ປະຊາຊົນພາຍໃນປະເທດຕົກຢູ່ໃນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ຫຼວງພະບາງສະເໜີຂໍໂຈະບາງກິດຈະກຳທີ່ມວນຊົນເຂົ້າຮ່ວມຫຼາຍ ເປັນຕົ້ນ: ແມ່ນງານປະກວດນາງສັງຂານ ແລະ ແຫ່ວໍ ບຸນປີໃໝ່ລາວທີ່ຈະມາເຖິງນີ້.

ເຈົ້າແຂວງຫຼວງພະບາງ ເຮັດໜັງສືລາຍງານສະບັບເລກທີ 03/ຈຂ.ຫຼບ ລົງວັນທີ 11 ມີນາ 2020 ຂໍທິດຊີ້ນຳຂອງທ່ານນາຍົກກ່ຽວກັບການຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2563 ທີ່ນະຄອນຫຼວງພະບາງ ວ່າ: ປີໃໝ່ລາວ 2563 ເປັນປີທີ່ມີ ຄວາມຫຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄວິດ – 19 ຢູ່ໃນພາກພື້ນ ແລະ ບາງປະເທດອ້ອມຂ້າງ. ສະນັ້ນ, ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນ ຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ.

ແຂວງຈຶ່ງໄດ້ລາຍງານຂໍທິດຊີ້ນໍາຈາກລັດຖະບານ ເພື່ອຂໍໂຈະການຈັດບາງກິດຈະກຳໃນການສະເຫຼີມສະຫຼອງບຸນປີໃໝ່ລາວ 2563 ເຊິ່ງມີມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍທີ່ມີແຂກທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມຫຍຸ້ງຍາກໃນການປ້ອງກັນ, ຄວບຄຸມ ແລະ ກວດກາ ເຊັ່ນ: ໂຈະການຈັດງານປະກວດນາງສັງຂານ ໃນວັນທີ 10 – 11 ເມສາ 2020; ໂຈະການຈັດງານຕະຫຼາດນັດມວນຊົນຕາມເສັ້ນທາງກາງເມືອງ ໃນວັນທີ 13 ເມສາ 2020; ໂຈະການລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ໃນວັນທີ 13 ເມສາ 2020 ແລະ ໂຈະການແຫ່ວໍທີ່ເປັນຂະບວນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນວັນທີ 14 – 15 ເມສາ 2020.

ສຳລັບກິດຈະກຳທີ່ພົວພັນເຖິງຮີດຄອງປະເພນີຂອງຫຼວງພະບາງແຕ່ດຶກດໍາບັນ ເຊັ່ນ: ພິທີອັງເຊີນພະບາງລົງສົງ ແຕ່ວັນທີ 17 – 20 ເມສາ 2020, ການແຫ່ວໍ ( ແຫ່ ແລະ ສົງນໍ້າໃຫ້ຄູບາ, ພະສົງແຕ່ລະວັດ ) ທີ່ບໍ່ມີມວນຊົນເຂົ້າຮ່ວມ ໃນວັນທີ 15 ເມສາ 2020 ແມ່ນສືບຕໍ່ຈັດເປັນປົກກະຕິ.

ໃນຂະນະທີ່ສະຖານະການມາຮອດວັນທີ 11 ມີນາ 2020 ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນຈຳນວນຜູ້ຕິດເຊື້ອຍັງຄົງເພີ່ມຂຶ້ນ ກວມເອົາ 112 ປະເທດແລ້ວ ມີຜູ້ຕິດເຊື້ອທັງໝົດ 118.731 ຄົນ ( ເພີ່ມຂຶ້ນຈາກມື້ຜ່ານມາ 5.127 ຄົນ ) ເສຍຊີວິດ 4.262 ຄົນ ( ເພີ່ມຂຶ້ນ 250 ຄົນ ), ປິ່ນປົວເຊົາດີ 64.427 ຄົນ ( ເພີ່ມຂຶ້ນ 764 ຄົນ ) ສ່ວນຢູ່ ສປປ ລາວ ມີກໍລະນີສົງໄສຢູ່ 61 ຄົນ ແຕ່ບໍ່ພົບເຊື້ອ.