ທອມ ແຮງສ໌ ກັບ ພັນລະຍາ ຕິດເຊື້ອໄວຣັສໂຄວິດ-19 ຢູ່ອົດສະຕາລີ

336

ທອມ ແຮງສ໌ ນັກສະແດງທີ່ມີຊື່ສຽງຊາວອາເມຣິກັນ ໄດ້ປະກາດວ່າ ຕົນ ແລະ ພັນລະຍາ ປັດຈຸບັນກຳລັງປິ່ນປົວຈາກເຊື້ອໄວຣັສໂຄວິດ-19 ຢູ່ອົດສະຕາລີ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຊິດນີ ປະເທດອົດສະຕາລີ ເມື່ອວັນພະຫັດ ວັນທີ 12 ມີນາ ວ່າ ທອມແຮງສ໌ ຊຸບເປີສະຕາແຫ່ງວົງການຮອລລີວູດ ອາຍຸ 63 ປີ ຊາວອາເມຣິກັນ ໄດ້ຖະແຫຼງການຜ່ານບັນຊີອິນສະຕາແກຣມ ( Instagram) ສ່ວນຕົວ ເມື່ອວັນພະຫັດ ວ່າ ຕົນ ແລະ ພັນລະຍາ ຣິຕາ ວິລສັນ ອາຍຸ 63 ປີເທົ່າກັນ ມີອາການປ່ວຍ ທີ່ລວມທັງໄຂ້ຫວັດ ແລະ ປວດເມື່ອຍຕາມຮ່າງກາຍ ຂະນະກຳລັງເຮັດວຽກຢູ່ອົດສະຕາລີ ຕົນ ແລະ ພັນລະຍາ ໄດ້ຕັດສິນໃຈເຂົ້າຮັບການກວດພະຍາດເບິ່ງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ແລະ ຜົນປະກົດວ່າ ທັງສອງ ຕິດເຊື້ອ.

ທັງນີ້, ທອມແຮງສ໌ ແລະ ພັນລະຍາ ຢືນຢັນຈະປະຕິດບັດຕາມມາດຕະຖານດ້ານສາທາລະນະສຸກຂອງອົດສະຕາລີ ແລະ ຈະແຈ້ງຄວາມຄືບໜ້າໃຫ້ທຸກຝ່າຍໄດ້ຮັບຮູ້ເປັນໄລຍະ ພ້ອມທັງລົງທ້າຍວ່າ ຂໍໃຫ້ທຸກຄົນເບິ່ງແຍງສຸຂະພາບຂອງຕົນເອງໃນໄລຍະນີ້.