ຕ້ອງຂາຍຄວາມໜ້າເຊື່ອຖືຂອງຕົວເອງໃຫ້ໄດ້ສາກ່ອນ

199

ປັດຈຸບັນນີ້ພວກເຮົາກ້າວເຂົ້າສູ່ຍຸກເຕັກໂນໂລຊີຢ່າງແທ້ຈິງ ເຊິ່ງແນ່ນອນວ່າມັນມີທັງຜົນດີ ແລະ ຜົນເສຍປະສົມປະສານກັນໄປ, ແຕ່ພວກເຮົາຈະເຮັດແນວໃດເພື່ອໝູນໃຊ້ສິ່ງດັ່ງກ່າວນັ້ນໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະແມ່ນເຄື່ອງມືທັນສະໄໝຕ່າງໆທີ່ມີຢູ່ເພື່ອພັດທະນາສິນຄ້າຂອງເຮົາເປັນທີ່ຮູ້ຈັກໃນທັງລະບົບອອນລາຍ ແລະ ອ໊ອຟລາຍ.

ນັກເສດຖະສາດທ່ານໜຶ່ງໄດ້ໃຫ້ຂໍ້ຄິດວ່າ: ເຖິງແມ່ນວ່າສິນຄ້າ ຫຼື ຜະລິດຕະພັນຂອງເຮົາຈະດີມີຄຸນນະພາບປານໃດກໍຕາມ ແຕ່ລູກຄ້າບໍ່ນິຍົມຊື້ເຮົາກໍບໍ່ສາມາດຂາຍໄດ້ ເນື່ອງຈາກການສ້າງແບຣນ ຫຼື ຍີ່ຫໍ້ສິນຄ້າໃຫ້ເກີດຄວາມນິຍົມໃນສັງຄົມ ຖືເປັນເລື່ອງສຳຄັນທີ່ຂາດບໍ່ໄດ້ຂອງຜູ້ປະກອບການ. ຂະນະດຽວກັນມະນຸດເຮົາສາມາດໃຊ້ເຄື່ອງມືທັນສະໄໝແທນແຮງງານຄົນໄດ້ຫຼາຍໜ້າທີ່ ເຮັດໃຫ້ການເດີນທາງຈາກທະວີບໜຶ່ງສູ່ອີກທະວີບໜຶ່ງກາຍເປັນເລື່ອງງ່າຍດາຍ ເຊິ່ງສາມາດຕິດຕໍ່ພົວພັນໄດ້ທົ່ວໂລກ ເຊັ່ນ: ເຟສບຸ໊ກ, ລາຍ, ວັອດແອັບ ແລະ ອື່ນໆ ເຮັດໃຫ້ເກີດປະຫວັດສາດທາງການຄ້າໜ້າໃໝ່ ຫຼື ເອີ້ນວ່າ ອີຄອມເມີດ ( Ecommerce ) ເຮັດໃຫ້ການຕິດຕໍ່ຊື້ – ຂາຍສະດວກສະບາຍຫຼາຍເທົ່າ.

ສຳລັບໃນມື້ນີ້ພວກເຮົາຈະມາແລກປ່ຽນເລື່ອງອາຊີບໜຶ່ງທີ່ສາມາດສ້າງຄວາມຮັ່ງມີໄດ້ໂດຍບໍ່ຄາດຄິດມາກ່ອນຄື “ ອາຊີບຂາຍເຄື່ອງອອນລາຍ ” ເພາະບຸກຄົນດັ່ງກ່າວມີຈຸດພິເສດຫຼາຍຢ່າງທີ່ໜ້າສົນໃຈທັງໃນຮູບແບບການຂາຍ ແລະ ວິທີການສະເໜີສິນຄ້າ ລວມທັງກົນລະຍຸດທີ່ຈະເຮັດໃຫ້ລູກຄ້າເຂົ້າມາເບິ່ງຫຼາຍຂຶ້ນ ເຊິ່ງນັກຂາຍທີ່ດີຈະບໍ່ມີພຽງແຕ່ພື້ນຖານໃນການຂາຍ ເຊັ່ນ: ເປັນຄົນຊ່າງໂອ້ລົມ, ຮູ້ວິທີສະເໜີຂາຍສິນຄ້າ, ນຳສະເໜີຂາຍສິນຄ້າທີ່ເປັນຜະລິດຕະພັນໃໝ່ທີ່ນຳເຂົ້າມາ ເພື່ອດຶງດູດຄວາມສົນໃຈຂອງລູກຄ້າຢ່າງດຽວຍັງບໍ່ທັນພຽງພໍ, ແຕ່ສິ່ງທີ່ນັກຂາຍມືອາຊີບເຂົາປະຕິບັດກັນມາຈົນໄດ້ຮັບຜົນສຳເລັດມາຫຼາຍທ່ານຄື “ ຄວາມໜ້າເຊື່ອຖືຂອງຜູ້ຂາຍ ” ເພາະຄວາມໜ້າເຊື່ອຖືຄືຈຸດຂາຍສຳຄັນທີ່ຈະຊ່ວຍດຶງດູດຄວາມສົນໃຈຂອງລູກຄ້າໄດ້ເປັນຢ່າງດີ ເພາະລູກຄ້າກໍຄືບຸກຄົນທົ່ວໄປຈະບໍ່ມີໃຜຕ້ອງການເສຍ ຄວາມຮູ້ສຶກ ເມື່ອຊື້ສິນຄ້າມາຊົມໃຊ້ແລ້ວບໍ່ຮັບປະກັນຄຸນນະພາບ ຫຼື ໃຊ້ບໍ່ຮອດກຳນົດສິນຄ້າເປ່ເພ.

ສະນັ້ນ, ການເລືອກສິນຄ້າຈາກຜູ້ທີ່ໜ້າເຊື່ອຖືໄດ້ຈະມີ ຄວາມສະບາຍໃຈຫຼາຍກວ່າ ເນື່ອງຈາກຄົນທີ່ຮູ້ແຕ່ສະເໜີຂາຍສິນຄ້າຢ່າງດຽວເຂົາມີເປົ້າໝາຍໄດ້ຂາຍສິນຄ້າເທົ່ານັ້ນ, ແຕ່ອາດຈະບໍ່ຮູ້ສິນຄ້າເປັນຢ່າງດີກໍມີແລ້ວ ໂອກາດທີ່ຈະຂາຍສິນຄ້າບໍ່ໄດ້ຄຸນນະພາບກໍມີສູງ ຫຼື ອາດເຮັດໃຫ້ລູກຄ້າຄິດກັບຜູ້ຂາຍຄົນນັ້ນໄປໃນທາງລົບກໍໄດ້.
ເວົ້າສະເພາະກົນລະຍຸດວິທີການຂາຍໃຫ້ປະສົບຄວາມສຳເລັດນັ້ນ ກ່ອນອື່ນຕ້ອງໃຫ້ຄວາມສຳຄັນໃນການພັດທະນາປັບປຸງຕົນເອງໃຫ້ເປັນມືອາຊີບຢູ່ສະເໝີຄື “ ຄວາມໜ້າເຊື່ອຖື ” ຕ້ອງຂາຍໃຫ້ໄດ້ເສຍກ່ອນ ແລ້ວຈຶ່ງກ້າວໄປຫາການນຳສະເໜີສິນຄ້າຕໍ່ໄປ ເພາະການເປັນນັກຂາຍເປັນອາຊີບທີ່ຕົ້ນທຶນບໍ່ສູງ, ແຕ່ກໍຕ້ອງອາໄສພອນສະຫວັນບວກກັບຄວາມດຸໝັ່ນ ເຊິ່ງບໍ່ແມ່ນທຸກຄົນຈະເຮັດໄດ້ໝົດ ເພາະການພັດທະນາຕົນເອງ ແລະ ການເຮັດວຽກແບບເປັນທີມງານ ຖືເປັນເລື່ອງທີ່ສຳຄັນທີ່ທຸລະກິດອອນລາຍປະສົບຜົນສຳເລັດໄດ້ທົ່ວໂລກ.