ວິທີຕັ້ງຄ່າ chrome ໃນ Android ດາວໂຫຼດໄຟລ໌ລົງ SD card

97

ສຳລັບຜູ້ໃຊ້ມືຖື ຫຼື ແທັບເລັດ Android ທີ່ສາມາດເພີ່ມໜ່ວຍຄວາມຈຳດ້ວຍ Micro SD ໄດ້ຮອງຮັບໃນກໍລະນີພື້ນທີ່ວ່າງໃນມືຖື Android ມີຈຳກັດ ເຊິ່ງຫຼາຍທ່ານອາດບໍ່ເຄີຍຕັ້ງຄ່າແບບນີ້ ຕັ້ງແຕ່ຊື້ມືຖື Android ເຄື່ອງໃໝ່.

ວິທີຕັ້ງຄ່າ chrome ໃນ Android ດາວໂຫຼດໄຟລ໌ລົງ SD card ເລີ່ມຈາກເຂົ້າແອັບ Chrome ໃນມືຖື Android ກ່ອນ. ຈາກນັ້ນ, ກົດຈຸດ 3 ຈຸດ ເຊິ່ງຢູ່ມຸມຂວາໃນຂອງໜ້າຈໍມືຖື ແລ້ວເລືອກທີ່ດາວໂຫຼດ ເພື່ອເຂົ້າໄປທີ່ສ່ວນປະວັດການດາວໂຫຼດໄຟລ໌ດັ່ງກ່າວ.

ເມື່ອເຂົ້າທີ່ດາວໂຫຼດໃນແອັບ Chrome ແລ້ວໃຫ້ກົດທີ່ໄອຄອນ ເພື່ອເຂົ້າສູ່ໜ້າຕັ້ງຄ່າດາວໂຫຼດ. ຈາກນັ້ນ, ກົດທີ່ຕຳແໜ່ງທີ່ດາວໂຫຼດແລ້ວເລືອກທີ່ກາດ SD ແລ້ວກົດສຳເລັດ ເພື່ອປ່ຽນການດາວໂຫຼດລົງພາຍໃນໜ່ວຍຄວາມຈຳມືຖືຫຼັກ ມາເປັນລົງໃນ Micro SD ແທນ ເຊິ່ງມີພື້ນທີ່ວ່າງຫຼາຍກວ່າ.

ພຽງເທົ່ານີ້ເວລາທີ່ຈະດາວໂຫຼດໄຟລ໌ຜ່ານທາງແອັບ Chrome ໃນມືຖືກໍຈະດາວໂຫຼດລົງໃນ Micro SD ແທນ. ທັງນີ້, ສາມາດຕັ້ງຄ່າເປີດໃຫ້ຖາມວ່າຈະໃຫ້ບັນທຶກໄຟລ໌ໄວ້ບ່ອນໃດ ສຳລັບຜູ້ທີ່ຢາກຈະສະຫຼັບວ່າຈະ save ລົງມືຖື ຫຼື Micro SD.

ເຖິງແນວໃດກໍຕາມ, ວິທີຕັ້ງຄ່າ chrome ໃນ Android ໃນການດາວໂຫຼດໄຟລ໌ລົງໃນ Micro SD ນີ້ ໃຊ້ໄດ້ສະເພາະມືຖື Android ຫຼື ແທັບເລັດ Android ທີ່ຮອງຮັບກາດ Micro SD ເທົ່ານັ້ນ ແລະ ຕ້ອງມີ Micro SD ສຽບຢູ່ຈຶ່ງໃຊ້ວິທີນີ້ໄດ້.

( ທີ່ມາ: iT24Hrs )

[ ໂດຍ: ສົມລົດ ]