ລາວໂຕໂຢຕ້າ ເອັຟຊີ ເປີດບ້ານເສຍທ້າຍເກມໃຫ້ກັບ ໂຮຈິມິນ ບານເຕະເອເອັຟຊີ ຄັບ 2020 ນັດທີ 3

80

ລາວໂຕຢຕ້າ ເອັຟຊີ ທີມຈາກລາວພຣີເມຍລີກ ຕ້ອນຮັບການມາຢາມຂອງ ໂຮຈິມິນ ຊິຕີ້ ເອັຟຊີ ໃນວັນທີ 10 ມີນາ 2020 ເວລາ 18:30 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ນັດດັ່ງກ່າວແມ່ນບໍ່ອະນຸຍາດໃຫ້ແຟນບານເຂົ້າຊົມການແຂ່ງຂັນໃນສະໜາມ ເພື່ອປ້ອງກັນຄວາມສ່ຽງໃນການຕິດເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ-19 ).

ຜ່ານການແຂ່ງຂັນປາກົດວ່າ: ລາວໂຕໂຢຕ້າ ເອັຟຊີ ຕ້ານໄດ້ດີໃນໄລຍະ 70 ນາທີທໍາອິດ ເຮັດໃຫ້ ໂຮຈິມິນ ຕ້ອງເມື່ອຍພໍສົມຄວນ, ແຕ່ມາເຖິງທ້າຍເກມມີຈັງຫວະຜິດພາດສະກັດບານບໍ່ຂາດ ກ່ອນທີ່ Nguyen Xuan Nam ນາທີໆ 72 ແລະ 90 ເຮັດໃຫ້ ທີມຈາກຫວຽດນາມ ເອົາຊະນະໄປ 2-0, ສ່ວນຜົນການແຂ່ງຂັນອີກຄູ່ໜຶ່ງ ຢາງກຸ້ງ ເອັຟຊີ ເປີດບ້ານເອົາຊະນະ ຮູກັງ ຢູໄນເຕັດ 1-0.

ສໍາລັບ ລາວໂຕໂຢຕ້າ ລົງສະໜາມໃນການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2020 ໄປແລ້ວ 3 ນັດໄປແລ້ວເສຍທັງໝົດ ເຮັດໃຫ້ຍັງບໍ່ມີຈັກຄະແນນ ຢູ່ອັນດັບທ້າຍຂອງຕາຕະລາງ, ສ່ວນທີມນໍາກຸ່ມເປັນຂອງ ໂຮຈິມິນ ຊິຕີ້ ເອັຟຊີ ທີມຈາກຫວຽດນາມ ມີ 7 ຄະແນນ ເທົ່າກັບ ອັນດັບ 2 ຢ່າງ ຢາງກຸ້ງ ຢູໄນເຕັດ ທີມຈາກມຽນມາ ແລະ ອັນດັບ 3 ເປັນຂອງ Hougang United ທີມຈາກສິງກະໂປ ມີ 3 ຄະແນນ.

ສ່ວນຕາຕະລາງການແຂ່ງຂັນນັດທີ່ເຫຼືອຂອງ ລາວໂຕໂຢຕ້າ ເອັຟຊີ ບຸກໄປຢາມຂອງ Hochiminh City FC ໃນວັນທີ 15 ເມສາ 2020, ໄປຢາມ Hougang United FC ໃນວັນທີ 29 ເມສາ 2020 ແລະ ຮັບການມາຢາມຂອງ YANGON UNITED FC ໃນວັນທີ 13 ພຶດສະພາ 2020.
(ຂ່າວ-ຮູບ: ຄໍາສອນ)