ໂຮງໝໍກະເສມຣາດ ຈະສ້າງສຳເລັດທ້າຍປີນີ້

328

ໂຮງໝໍກະເສມຣາດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ດ້ານງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ.
ມາຮອດປັດຈຸບັນການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າປະມານ 50%, ດ້ານເຈົ້າຂອງໂຄງການຢືນຢັນທ້າຍປີ 2020 ນີ້ຈະໃຫ້ສຳເລັດ ແລະ ຄາດວ່າຈະເປີດໃຫ້ບໍລິການຕົ້ນປີ 2021.

ທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມລົງທຶນຝ່າຍລາວ ກ່າວວ່າ: ປັດຈຸບັນການກໍ່ສ້າງໂຮງໝໍກະເສມຣາດ ອິນເຕີເນຊັນນອລ ຮັອສປີໂຕລ ວຽງຈັນ ຫຼື Kasemrad International Hospital Vientiane ( KIHV ) ແມ່ນມີຄວາມຄືບໜ້າປະມານ 50% ເຊິ່ງມັນຈະຊ້າໃນຂັ້ນຕອນກໍ່ສ້າງຖານ ແລະ ລະບົບປັດຈຸບັນວຽກສ່ວນນີ້ແມ່ນສຳເລັດແລ້ວ ຄາດວ່າປີ 2020 ນີ້ແນວໃດກໍຈະໃຫ້ແລ້ວທັງໝົດ. ດ້ານຜູ້ຮັບເໝົາກໍເລັ່ງໜ້າວຽກຕ່າງໆໃຫ້ສຳເລັດຕາມແຜນ, ຄຽງຄູ່ກັບຄວບຄຸມຄຸນນະພາບມາດຕະຖານໄປພ້ອມກັນ.

ພາຍຫຼັງທີ່ການກໍ່ສ້າງສຳເລັດສົມບູນໃນທ້າຍປີ 2020 ພວກເຮົາຈະໃຊ້ເວລາປະມານ 3 ເດືອນ ໃນການທົດສອບລະບົບຕ່າງໆ ເຊັ່ນ: ລະບົບການບໍລິຫານຈັດການ, ພະນັກງານ, ລະບົບໄອທີ ລວມໄປເຖິງລະບົບທຸກຢ່າງໃນໂຮງໝໍແລ້ວຈຶ່ງເປີດໃຫ້ບໍລິການ ຄາດວ່າຈະເປັນໄຕມາດທຳອິດຂອງຕົ້ນປີ 2021.

ທ່ານກ່າວຕື່ມວ່າ: ໂຮງໝໍກະເສມຣາດ ຄາດວ່າຈະເປັນທາງເລືອກໜຶ່ງຂອງຜູ້ທີ່ມີສັກກະຍະພາບໃນການໃຊ້ຈ່າຍ ຫຼື ຜູ້ມີລາຍຮັບສູງ ໂດຍສະເພາະແມ່ນຜູ້ທີ່ມັກໄປປິ່ນປົວຢູ່ຕ່າງປະເທດ, ລາຄາກໍຈະບໍ່ແພງເກີນໄປ, ທີ່ແນ່ນອນຫາກຈຸດໃດມີໂຮງໝໍເກີດຂຶ້ນ ເຂດນັ້ນກໍຈະມີການພັດທະນາຂຶ້ນມາທັນທີ ເປັນຕົ້ນແມ່ນບັນດາ SME ກໍຈະເກີດຂຶ້ນ ແລະ ອາດຈະລວມໄປເຖິງບັນດາທະນາຄານ ກໍອາດຈະເລັງໄວ້ແລ້ວທີ່ຈະໄປເປີດບໍລິການຢູ່ເຂດນັ້ນ. ຫາກໂຮງໝໍກະເສມຣາດ ເປີດໃຫ້ບໍລິການມັນກໍຈະຊ່ວຍສ້າງ ຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດທີ່ຈະມາເຮັດວຽກ ຫຼື ເຮັດທຸລະກິດຢູ່ລາວນັບມື້ຫຼາຍຂຶ້ນ.

ທ່ານໃຫ້ຮູ້ຕື່ມວ່າ: ສ່ວນບຸກຄະລາກອນໃນເບື້ອງຕົ້ນພວກເຮົາຈະນໍາເຂົ້າຊ່ຽວຊານຈາກຕ່າງປະເທດ ແລະ ອາດຈະໃຊ້ເວລາຫຼາຍປີພໍສົມຄວນຈົນ ກວ່າຈະສ້າງຊ່ຽວຊານທີ່ເປັນຄົນລາວໄດ້, ໂຮງໝໍກະເສມຣາດ ຈະໃຫ້ບໍລິການດ້ານສຸຂະພາບແບບຄົບວົງຈອນທີ່ເປັນລະບຽບອາຊຽນ ເພື່ອບັນລຸເປົ້າໝາຍໃຫ້ໄດ້ມາດຕະຖານ ເຈຊີໄອ.