ຫຼວງພະບາງ ຈະສູ້ຊົນໃຫ້ກາຍເປັນນະຄອນຮອບດ້ານ

644

ຫຼວງພະບາງ ວາງຄາດໝາຍສູ້ຊົນແຜນພັດທະນາເສດຖະກິດ ໃນປີ 2025 – 2030 ໃຫ້ນະຄອນຫຼວງພະບາງ ກາຍເປັນນະຄອນເຂັ້ມແຂງຮອບດ້ານ, ຮັບປະກັນສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ເດັກອາຍຸ 3 – 5 ປີ ສາມາດເຂົ້າຮຽນອະນຸບານ 85% ແລະ ລວມຍອດລາຍຮັບຂອງຄອບຄົວທົ່ວນະຄອນ ບັນລຸ 3 ພັນ ກວ່າຕື້ກີບ ໃນປີ 2025.

ອີງຕາມບົດລາຍງານແຜນພັດທະນາຂອງນະຄອນຫຼວງພະບາງ ຮອດປີ 2030 ໃຫ້ຮູ້ວ່າ: ນະຄອນຫຼວງພະບາງ ຈະສູ້ຊົນໃຫ້ກາຍເປັນນະຄອນເຂັ້ມແຂງຮອບດ້ານ, ຮັບປະກັນໃຫ້ທົ່ວນະຄອນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍໜັກແໜ້ນ, ສ້າງຄອບຄົວປ້ອງກັນຊາດເຂັ້ມແຂງ, ມີຄຸນນະພາບ ໃຫ້ກວມອັດຕາສ່ວນສູງ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ກວມ 100%, ປ້ອງກັນ ຄວາມສະຫງົບດີ ໃຫ້ກວມ 95% ໃນປີ 2025.

ພ້ອມທັງຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຖືກທິດ, ໝັ້ນທ່ຽງໃນລະດັບສະເລ່ຍບໍ່ໃຫ້ຫຼຸດ 9,5% ຕໍ່ປີ, ລວມຍອດລາຍຮັບຄອບຄົວທົ່ວນະຄອນ ໃຫ້ບັນລຸ 3.058 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໃຫ້ໄດ້ 30 ລ້ານ 862 ພັນກີບ ເທົ່າກັບ 3.391 ໂດລາຕໍ່ຄົນຕໍ່ປີ.

ຫັນປ່ຽນໂຄງປະກອບເສດຖະກິດ, ບໍລິຫານການທ່ອງທ່ຽວ, ອຸດສາຫະກຳ, ຫັດຖະກຳ ແລະ ກະສິກຳ ຕັ້ງໜ້າຂຸດຄົ້ນລາຍຮັບເຂົ້າງົບປະມານ ຮອດປີ 2025 ໃຫ້ບັນລຸ 230 ຕື້ກີບ, ສູ້ຊົນແກ້ໄຂຄອບຄົວ, ບ້ານທຸກຍາກ ໃຫ້ໄດ້ 100%, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 2 ບ້ານ, ສ້າງນະຄອນຮອບດ້ານໃຫ້ສຳເລັດ ໃນປີ 2023.

ລວມເຖິງຮັບປະກັນລະບົບການສຶກສາມີຄຸນນະພາບສູງຂຶ້ນຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ, ຮອດປີ 2025 ເດັກເກນອາຍຸ 3 – 5 ປີ ຕ້ອງໄດ້ເຂົ້າຮຽນອະນຸບານ ໃຫ້ກວມ 85%, ປ.ກຽມ ໃຫ້ກວມ 100%, ຊັ້ນປະຖົມ ໃຫ້ກວມ 100%. ສ້າງຄອບຄົວບ້ານສາທາລະນະສຸກແບບຢ່າງມີຄຸນນະພາບ ໃຫ້ກວມ 100%, ສ້າງຄອບຄົວວັດທະນະທຳ ໃຫ້ກວມ 98%, ບ້ານວັດທະນະທຳ ໃຫ້ກວມ 100%, ບ້ານພັດທະນາສີມືແຮງງານ ໃຫ້ກວມ 75% ຂຶ້ນໄປ.

ນອກນັ້ນ, ຕ້ອງຮັບປະກັນການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ ອົງການຈັດຕັ້ງສາກົນໃຫ້ເຂົ້າສູ່ລວງເລິກ, ສູ້ຊົນປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ສ້າງບ້ານໜັກແໜ້ນເຂັ້ມແຂງ ໃຫ້ກວມ 90% ຂຶ້ນໄປ, ສ້າງບ້ານແບບຢ່າງການປະຕິບັດກົດໝາຍ ໃຫ້ກວມ 85% ຂຶ້ນໄປ, ສ້າງບ້ານສາມັກຄີປອງດອງ ໃຫ້ກວມ 90% ຂຶ້ນໄປ ຍົກສູງບົດບາດຄວາມສາມາດໃນການນຳພາຂອງຄະນະພັກທຸກຂັ້ນ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ໃຫ້ກວມ 90%.

( ຂໍ້ມູນຈາກ: ນະຄອນຫຼວງພະບາງ )