ຈະໃຊ້ເວລາ 6 ເດືອນ ກໍ່ສ້າງໂຮງຮຽນປະຖົມສົມບູນເມືອງຫົງສາ

78

ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ ແຂວງໄຊຍະບູລີ ລະຫວ່າງ ຫ້ອງການສຶກສາທິການ ແລະ ກີລາເມືອງຫົງສາ ແລະ ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ ໄດ້ຈັດຂຶ້ນທ້າຍອາທິດຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປ່ຽນ ຈິນດາ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງຫົງສາ; ມີ ທ່ານ ທອງສຸກ ປ້ອງຄໍາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ມີຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຕາງໜ້າ ບໍລິສັດ ຈັນທະວົງ ກໍ່ສ້າງ ຂົວທາງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບຸນທະວີ ສີປະເສີດ ຮັກສາການຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງຫົງສາ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການອະນຸຍາດໃຫ້ເມືອງຫົງສາ ກໍ່ສ້າງໂຮງຮຽນປະຖົມສົມບູນເມືອງຫົງສາ ແຂວງໄຊຍະບູລີ ສະບັບເລກທີ 1624/ຈຂ.ຊຍ ລົງວັນທີ 27 ທັນວາ 2019 ໂດຍອີງຕາມແຜນພັດທະນາເສດຖະກິດ – ສັງຄົມ ຂອງເມືອງຫົງສາ 5 ປີ ( 2020 – 2025 ) ວາງອອກ ແລະ ແຜນພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ປະຈໍາສົກປີ 2020 – 2021 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຮັບຜົນດີ, ຮັບປະກັນທາງດ້ານຄຸນນະພາບ ແລະ ສໍາເລັດຕາມກໍານົດເວລາ

ເຊິ່ງໂຄງການດັ່ງກ່າວນີ້ມີມູນຄ່າໃນການກໍ່ສ້າງທັງໝົດ 995 ລ້ານກວ່າກີບ ໂດຍນຳໃຊ້ແຫຼ່ງທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ, ເປັນອາຄານຊັ້ນດຽວ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ໂຄງຫຼັງຄາເສີມດ້ວຍເຫຼັກມຸງດ້ວຍກະເບື້ອງ, ພື້ນປູດ້ວຍເບຕົງເສີມເຫຼັກ, ມີ 7 ຫ້ອງຮຽນ, ຫ້ອງນໍ້ານອກ 7 ຫ້ອງ, ຝາກໍ່ດ້ວຍດິນບັອກ, ຮັບເໝົາກໍ່ສ້າງໂດຍແມ່ນ ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ ເຊິ່ງມີໄລຍະເວລາໃນການກໍ່ສ້າງເປັນເວລາ 6 ເດືອນ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ.

ຫຼັງຈາກນັ້ນ, ກໍໄດ້ເຊັນສັນຍາຮ່ວມກັນ ຕາງໜ້າເຈົ້າຂອງໂຄງການໂດຍແມ່ນ ທ່ານ ທອງສຸກ ປ້ອງຄຳ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ແລະ ທ່ານ ຊົງຍົດ ຈັນທະວົງ ຮອງອໍານວຍການ ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ ໂດຍຊ້ອງໜ້າ ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງວ່າການເມືອງຫົງສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

( ຂ່າວ: ບຸນປອນ )