ການກໍ່ສ້າງຝາຍນໍ້າລົ້ນ ເມືອງນອງ ແຂວງສະຫວັນນະເຂດ ຈະສຳເລັດເດືອນໜ້າ

94

ອາທິດຜ່ານມາ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງນອງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງປະສານສົມທົບກັບອຳນາດການປົກຄອງບ້ານປະແນະ ແລະ ວິຊາການຜູ້ຮັບເໝົາການກໍ່ສ້າງຝາຍນໍ້າລົ້ນ ເພື່ອຕິດຕາມກວດກາໃຫ້ຖືກຕາມແບບທີ່ກຳນົດໄວ້ ແລະ ທັງຮັບປະກັນຄຸນນະພາບເຊິ່ງຝາຍດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກໂຄງການຮ່ວມໃຈສາຍໄຍໂລມາຄຳ ຂອງ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ແລະ ທ່ານ ສາຍສະໝອນ ກວນເມືອງຈັນ ອຳນວຍການສະຖາບັນສາຍໄຍຈຸລະພາກ ເພື່ອໃຫ້ປະຊາຊົນບ້ານປະແນະ ໄດ້ຊົມໃຊ້ນ້ຳໃຫ້ມີ ຄວາມສະດວກສະບາຍຂຶ້ນກວ່າແຕ່ກ່ອນ ແລະ ໃຫ້ປະຊາຊົນໄດ້ຊົມໃຊ້ນ້ຳເພື່ອຫົດຜົນລະປູກໃນຍາມລະດູແລ້ງ, ສົ່ງເສີມໃຫ້ປະຊາຊົນຜະລິດກຸ້ມຢູ່ກຸ້ມກິນ ແລະ ຜະລິດຫຼາຍໃຫ້ກາຍເປັນສິນຄ້າ.

ພ້ອມທັງລະດົມໃຫ້ປະຊາຊົນມີສ່ວນຮ່ວມໃນການສ້າງຝາຍນໍ້າລົ້ນຄັ້ງນີ້ ໂດຍການອອກແຮງງານລວມສາມັກຄີກັນຂົນຫີນ ເພື່ອໄປສ້າງຝາຍໃຫ້ທັນຕາມກໍານົດ ແລະ ທັງເປັນການປູກຈິດສຳນຶກໃຫ້ປະຊາຊົນຮູ້ຈັກປົກປັກຮັກສາ, ຮູ້ຈັກນໍາໃຊ້, ຮູ້ຈັກຫວງແຫນສິ່ງທີ່ມີຢູ່ກໍຄືຝາຍນໍ້າລົ້ນແຫ່ງນີ້ເພື່ອໃຫ້ໄດ້ນຳໃຊ້ຢ່າງຍາວນານ.

ຈຸດປະສົງການສ້າງຝາຍກໍເພື່ອກັກເກັບນໍ້າໃຫ້ໄດ້ຫຼາຍ ໄວ້ໃຊ້ຫົດຜົນລະປູກໃນສວນທີ່ລຽບຕາມສາຍຫ້ວຍ, ສ້າງລະບົບນິເວດຊີວະນາໆພັນໃຫ້ເກີດຕາມທໍາມະຊາດ, ເປັນບ່ອນທຳມາຫາກິນ ແລະ ລ້ຽງປາລວມຂອງບ້ານ ເຊິ່ງຝາຍດັ່ງກ່າວເປັນຝາຍນ້ຳລົ້ນມີຄວາມຍາວທັງໝົດ 21,5 ແມັດ, ຈຸດນ້ຳລົ້ນ 8 ແມັດ, ສູງ 1,5 ແມັດ, ສັນຂອງຝາຍກວ້າງ 2 ແມັດ ໂຄງສ້າງຂອງຄັນຝາຍເທດ້ວຍເບຕົງເສີມເຫຼັກ ແລະ ກໍ່ດ້ວຍຫີນປູນ. ໂຄງການກໍ່ສ້າງຝາຍນ້ຳລົ້ນຄາດວ່າຈະສຳເລັດໃນຕົ້ນເດືອນເມສາ 2020 ນີ້.