ຮູບແບບການຮຽນ – ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ

410

ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ເປັນຮູບແບບການສອນທີ່ເນັ້ນກິດຈະກຳທີ່ສອດຄ່ອງກັບສະພາບຕົວຈິງ ໂດຍໃຫ້ນັກຮຽນມີສ່ວນຮ່ວມ ແລະ ລົງມືປະຕິບັດຕົວຈິງທຸກຂັ້ນຕອນຈົນເກີດການຮຽນດ້ວຍຕົນເອງ ເຊິ່ງຈະຊ່ວຍໃຫ້ນັກຮຽນສາມາດຄົ້ນຫາ ຄວາມສາມາດຂອງຕົນເອງໃນການຮຽນຮູ້.

ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງໝາຍເຖິງການສອນທີ່ເນັ້ນກິດຈະກຳທີ່ສອດຄ່ອງກັບການດຳລົງຊີວິດ ເໝາະສົມກັບຄວາມສາມາດ ແລະ ຄວາມສົນໃຈຂອງຜູ້ຮຽນ ໂດຍໃຫ້ນັກຮຽນມີສ່ວນຮ່ວມ ແລະ ລົງມືປະຕິບັດຕົວຈິງທຸກຂັ້ນຕອນຈົນເກີດການຮຽນດ້ວຍຕົນເອງ ເຊິ່ງປະກອບມີ 12 ວິທີການສອນ ຄື:

1 ວິທີການສອນແບບໃຊ້ບົດບາດສົມມຸດ.

2 ສອນແບບໃຊ້ຂະບວນການປະເຊີນສະຖານະການ.

3 ສອນແບບໃຊ້ບົດຮຽນສຳເລັດຮູບ.

4 ສອນແບບສູນການຮຽນ.

5 ສອນແບບໃຊ້ຊຸດການສອນ.

6 ສອນແບບໃຊ້ຄອມພິວເຕີ.

7 ສອນແບບໂຄງການ.

8 ສອນແບບແກ້ບັນຫາ.

9 ສອນແບບສືບສວນຫາ ຄວາມຮູ້ເປັນກຸ່ມ.

10 ສອນແບບໃຊ້ຂະບວນການເປັນກຸ່ມສຳພັນ.

11 ສອນແບບຄວາມຄິດລວມຍອດ.

12 ວິທີສອນແບບການຮຽນຮ່ວມ.

ນອກຈາກນັ້ນ, ຂັ້ນຕອນການເຮັດກິດຈະກຳໂດຍການຈັດກິດຈະກຳຕາມຫຼັກການ ເຊິ່ງຜູ້ຮຽນໄດ້ສ້າງຄວາມຮູ້ດ້ວຍຕົນເອງ, ຜູ້ຮຽນໄດ້ມີປະຕິສຳພັນຊ່ວຍກັນໃນການຮຽນ, ໃຫ້ຜູ້ຮຽນມີບົດບາດ ແລະ ມີສ່ວນຮ່ວມໃນການສ້າງຄວາມຮູ້ດ້ວຍຕົນເອງ, ໃຫ້ຜູ້ຮຽນໄດ້ຮຽນຂະບວນການຄວບຄູ່ກັບຜົນງານ, ຂໍ້ສະຫຼຸບຄວາມຮູ້ ແລະ ຜູ້ຮຽນນຳຄວາມຮູ້ໄປໃຊ້.

ສ່ວນຮູບແບບການສອນແມ່ນການມີບົດບາດ, ມີສ່ວນຮ່ວມ ແລະ ການມີປະຕິສຳພັນຊ່ວຍກັນໃນການຮຽນ ໂດຍສ້າງຄວາມຮູ້ດ້ວຍຕົນເອງ ແລະ ຂະບວນການຮຽນ ເຊິ່ງຈະມີການສະແຫວງຫາຄວາມຮູ້, ການສຶກສາທຳຄວາມເຂົ້າໃຈ, ການວິເຄາະ, ການແປຄວາມ, ການສ້າງຄວາມໝາຍແກ່ຕົນເອງ, ການວິເຄາະຂໍ້ມູນ, ການສະຫຼຸບຂໍ້ຄວາມ ແລະ ການນຳ ຄວາມຮູ້ໄປໃຊ້.

ຄຽງຄູ່ກັນນັ້ນ, ຫຼັກການຈັດການຮຽນ – ການສອນເນັ້ນຜູ້ຮຽນເປັນໃຈກາງ ຄືການໃຫ້ຜູ້ຮຽນເປັນຜູ້ສ້າງຄວາມຮູ້ດ້ວຍຕົນເອງ ເປັນຕົ້ນແມ່ນສະແຫວງຫາຂໍ້ມູນ, ສຶກສາທຳຄວາມເຂົ້າໃຈ, ຄິດວິເຄາະ, ຕີຄວາມ, ແປ ຄວາມ, ສ້າງຄວາມໝາຍແກ່ຕົນເອງ, ວິເຄາະຂໍ້ມູນ ແລະ ສະຫຼຸບຄວາມຮູ້, ໃຫ້ຜູ້ຮຽນມີບົດບາດ ແລະ ມີສ່ວນຮ່ວມໃນຂະບວນການຮຽນໃຫ້ຫຼາຍທີ່ສຸດ, ໃຫ້ຜູ້ຮຽນມີປະຕິສໍາພັນຕໍ່ກັນ ແລະ ກັນ, ໄດ້ແລກປ່ຽນຂໍ້ມູນ, ຄວາມຮູ້, ຄວາມຄິດ ແລະ ປະສົບການເຊິ່ງກັນ ແລະ ກັນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ໃຫ້ຜູ້ຮຽນໄດ້ຮຽນ “ ຂະບວນການ ” ຄວບຄູ່ໄປກັບຜົນງານຂໍ້ສະຫຼຸບຄວາມຮູ້ ແລະ ໃຫ້ຜູ້ຮຽນນຳຄວາມຮູ້ທີ່ໄດ້ໄປໃຊ້ປະໂຫຍດໃນຊີວິດປະຈຳວັນ.

ສຳລັບບົດບາດຂອງຄູໃນການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແມ່ນປະເມີນຜົນ, ວາງແຜນກິດຈະກຳ, ສົ່ງເສີມການນຳຄວາມຮູ້ໄປໃຊ້, ເສີມຄວາມຮູ້, ສັງເກດຂະບວນການຮຽນ, ກະຕຸ້ນແນະນຳ, ຄວບຄຸມດູແລຂະບວນການ ແລະ ກຽມວັດຖຸອຸປະກອນສື່ການຮຽນ.

( ຂໍ້ມູນຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສສກ; ຮູບຈາກ: ໂຮງຮຽນສິນໄຊ)