ຍົກລະດັບການຜະລິດເສັ້ນເຝີນານູ ໃຫ້ມີຄຸນນະພາບ

188

ໃນລະຫວ່າງວັນທີ 24 – 28 ກຸມພາ 2020 ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້: ການປັບປຸງຂະບວນການຜະລິດເສັ້ນເຝີໃຫ້ສະອາດ, ເກັບຮັກສາໄດ້ດົນ ແລະ ຖືກສຸຂະນາໄມ ໃຫ້ແກ່ກຸ່ມຜະລິດເສັ້ນເຝີບ້ານນານູ ເມືອງແປກ ແຂວງຊຽງຂວາງໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ).

ໃຫ້ກຽດກ່າວເປີດພິທີຝຶກອົບຮົມໃນຄັ້ງນີ້ແມ່ນ ທ່ານ ນາງ ສາຍພູເງິນ ອຸດົມສຸກ ຮອງຫົວໜ້າພະແນກ ອຄ ແຂວງຊຽງ ຂວາງ, ມີຜູ້ຕາງໜ້າຈາກກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມການຄ້າ, ຄະນະຈັດຕັ້ງບ້ານນານູ ແລະ ສະມາຊິກກຸ່ມຜະລິດເສັ້ນເຝີ ຈໍານວນ 36 ທ່ານ. ໃນນັ້ນ, ເປັນແມ່ຍິງ 26 ທ່ານ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃນແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020. ນອກຈາກນີ້, ກໍຍັງເປັນການສືບຕໍ່ ຫຼື ຕໍ່ຍອດຈາກການຝຶກອົບຮົມຄັ້ງທຳອິດໃນເດືອນມັງກອນ 2020 ທີ່ຜ່ານມາ.

ພາບປະກອບຂ່າວເທົ່ານັ້ນ

ເປົ້າໝາຍຂອງການຝຶກອົບຮົມໃນເທື່ອນີ້ ແມ່ນຖ່າຍທອດ ຄວາມຮູ້ຂະບວນການຜະລິດເສັ້ນເຝີທີ່ສະອາດ ໂດຍຜ່ານວິທີຮຽນແບບທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງຫົວຂໍ້ການຝຶກອົບຮົມແມ່ນປະກອບດ້ວຍ:

1 ທິດສະດີການຮັກສາ ຄວາມສະອາດ ແລະ ສຸຂະນາໄມ ໃນຂະບວນການຜະລິດ.

2 ທິດສະດີການເກັບຮັກສາຜະລິດຕະພັນ.

3 ວິທີການແປຮູບອາຫານຈາກເສັ້ນເຝີ ໃຫ້ເປັນລາຍການອາຫານຕ່າງໆ ເຊັ່ນ: ລາຍການເຝີຂົ້ວ, ລາຍການເຝີນ້ຳ ແລະ ອື່ນໆ.

4 ສາທິດ ແລະ ລົງມືປະຕິບັດຕົວຈິງ ເພື່ອແນະນຳຂັ້ນຕອນການຜະລິດເສັ້ນເຝີ ນັບແຕ່ຂັ້ນຕອນການໂມ້ແປ້ງຈົນຮອດຂັ້ນຕອນໄດ້ເສັ້ນເຝີສຳເລັດຮູບ.

ພາບປະກອບຂ່າວເທົ່ານັ້ນ

ພາຍຫຼັງການຝຶກອົບຮົມໃນຄັ້ງນີ້ສຳເລັດ ເຈົ້າຂອງໂຄງການກໍຄືພະແນກ ອຄ ແຂວງຊຽງ ຂວາງ ຈະພະຍາຍາມສືບຕໍ່ຊຸກຍູ້ໃຫ້ກຸ່ມດັ່ງກ່າວໄດ້ຮັບການຢັ້ງຢືນກາໝາຍໂອດ໋ອບແຫ່ງຊາດໃນອະນາຄົດ.