ອີກງານ ແລ່ນວຽງຈັນ ຮາຟມາຣາທອນນາໆຊາດ ຖືກຍົກເລີກແຂ່ງ ເພື່ອປ້ອງກັນ ໂຄວິດ-19

133

ງານແລ່ນວຽງຈັນ ຮາຟມາຣາທອນນາໆຊາດ ຄັ້ງທີ V ປະຈໍາປີ 2020 ຄາດວ່າມີນັກແລ່ນເຂົ້າຮ່ວມ 4.800 ຄົນ ໃນນັ້ນ ນັກກີລາຕ່າງ ປະເທດ ປະມານ 500 ຄົນ ຈາກ 35 ສັນຊາດ ເຂົ້າຮ່ວມ ຫຼ້າສຸດຖືກຍົກເລີກແລ້ວ ເພື່ອປ້ອງກັນ ໂຄວິດ-19

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ອອກແຈ້ງການດ່ວນທີ່ສຸດ ໃນວັນທີ 29 ກຸມພາ 2020 ວ່າ: ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID-19 ) ທີ່ນັບມື້ເພີ່ມທະວີຂະຫຍາຍຢ່າງໄວວາ ແລະ ຮຸ່ນແຮງ ຢູ່ຫຼາຍປະເທດໃນໂລກ ລວມທັງບັນກາປະເທດອ້ອມຂ້າງລາວເຮົາ, ເພື່ອປ້ອງກັນບໍ່ໃຫ້ເກີດພະຍາດ COVID-19 ຢູ່ປະເທດເຮົາ ຫຼີກລ່ຽງຄວາມສ່ຽງຈາກການລວມຕົວຂອງນັກແລ່ນຫຼາຍພັນຄົນ ໃນການແຂ່ງຂັນຄັ້ງນີ້ ກົມກີລາລະດັບສູງ ຈິ່ງມີຈຸດປະສົງແຈ້ງການດ່ວນທີ່ສຸດ ຍົກເລີກການແຂ່ງຂັນແລ່ນວຽງຈັນຮາຟມາລາທອນນາໆຊາດ ຄັ້ງທີ V ໃນວັນທີ 1 ມີນາ 2020.