ວິທີປຸງຊ໋ອດປ້ຽວຫວານ

241

ສູດນີ້ມີປະໂຫຍດຫຼາຍສຳລັບຜູ້ທີ່ບໍ່ມີເວລາ ແລະ ຢູ່ໃນຊົ່ວໂມງຮີບດ່ວນແຕ່ຢາກຈະເຮັດປ້ຽວຫວານໝູ, ປ້ຽວຫວານໄກ່ ຫຼື ປ້ຽວຫວານປາ ແລະ ບໍ່ຕ້ອງເສຍເວລາປຸງນ້ຳຊ໋ອດໃໝ່ເລື້ອຍໆ. ມື້ນີ້ເຮົາໄດ້ນຳເອົາສູດປຸງຊ໋ອດມາຝາກ ເພື່ອຈະໄດ້ໃຊ້ປຸງສະດວກເວລາຈະປຸງແຕ່ງ ເຊິ່ງສາມາດເກັບໄວ້ໃນຕູ້ເຢັນໄດ້ກວ່າ 2 ອາທິດ ພຽງແຕ່ມີສ່ວນປະກອບເຮັດປ້ຽວຫວານຄົບກໍສາມາດຂົ້ວໃສ່ນ້ຳຊ໋ອດ ເທົ່ານີ້ລາຍການອາຫານຈານເດັດຂອງທ່ານກໍພ້ອມເສີບແລ້ວ.

ສ່ວນປະສົມ:

1 ນ້ຳຕານ 2 ຖ້ວຍນ້ອຍ.

2 ນ້ຳສົ້ມສາຍຊູ 1/2 ຖ້ວຍນ້ອຍ.

3 ເກືອ 2 ບ່ວງກາເຟ.

4 ຊ໋ອດໝາກເຫຼ່ນ ຫຼື ເນື້ອໝາກເຫຼ່ນບົດລະອຽດ 4 ບ່ວງແກງ.

5 ໝາກນັດບົດລະອຽດ 1/2 ຖ້ວຍນ້ອຍ.

ວິທີປຸງແຕ່ງ:

ເອົານ້ຳຕານໃສ່ໝໍ້ພ້ອມນ້ຳສົ້ມສາຍຊູ ແລະ ເກືອຄົນໃຫ້ເຂົ້າກັນແລ້ວຈຶ່ງນຳໄປຄ້າງໄຟປານກາງຖ້າຈົນຟົດແລ້ວປິດໄຟ. ຈາກນັ້ນ, ຈຶ່ງໃສ່ຊ໋ອດໝາກເຫຼ່ນ ແລະ ໝາກນັດບົດລົງແລ້ວຄົນໃຫ້ເຂົ້າກັນ. ຫຼັງຈາກນັ້ນ, ນຳໄປປັ່ນດ້ວຍເຄື່ອງປັ່ນມືໃຫ້ລະອຽດຈົນເປັນເນື້ອດຽວກັນ ( ກໍລະນີທີ່ບໍ່ມີເຄື່ອງປັ່ນມືກໍປະໄວ້ໃຫ້ເຢັນ ແລ້ວຈຶ່ງນຳໄປປັ່ນໃນເຄື່ອງປັ່ນໝາກໄມ້ ) ພໍເຢັນແລ້ວຈຶ່ງນຳໃສ່ປ໋ອງແກ້ວປິດຝາໃຫ້ແໜ້ນ      ( ປ໋ອງແກ້ວຕ້ອງຕົ້ມຂ້າເຊື້ອດ້ວຍນ້ຳຮ້ອນໃຫ້ຮຽບຮ້ອຍ ) ແລ້ວຈຶ່ງເອົາເຂົ້າໄວ້ຕູ້ເຢັນສາມາດເກັບໄວ້ໄດ້ດົນ.

( ຂໍ້ມູນຈາກ: cooking.kapook.com )

[ ຮຽບຮຽງ: ນຸ້ມນິ້ມ ]