ແຂວງສາລະວັນ ຈັດສອບເສັງນັກຮຽນເກັ່ງ

101
????????????????????????????????????

ອາທິດຜ່ານມາ ແຂວງສາລະວັນ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກປີ 2019 – 2020 ຂຶ້ນທີ່ສະໂມສອນໂຮງຮຽນ ມສ ສາລະວັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງສາລະວັນ, ມີທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ຄະນະກຳມະການ, ຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ບຸນທຽມ ຈັນທະຈອນ ຫົວໜ້າຂະແໜງສາມັນສຶກສາ ກ່າວວ່າ: ສຳລັບສົກຮຽນ 2019 – 2020 ນີ້ການຈັດຕັ້ງສອບເສັງນັກຮຽນເກັ່ງຂັ້ນ ແຂວງຊັ້ນປະຖົມແມ່ນເປັນປີທີ 4, ຊັ້ນມັດທະຍົມສຶກສາ ມ 4 ເປັນປີທີ 11 ແລະ ມ 7 ເປັນປີ 10.

ການສອບເສັງໃນປີນີ້ມີນັກສອບເສັງຈາກ 8 ຕົວເມືອງ ທົ່ວແຂວງເຂົ້າຮ່ວມ 136 ຄົນ ຍິງ 80 ຄົນ, ເມືອງລະ 13 ຄົນ ແລະ ມີໂຮງຮຽນທີ່ເຂົ້າຮ່ວມການສອບເສັງນັກຮຽນເກັ່ງທັງໝົດ 81 ແຫ່ງ ຄື: ປະຖົມ 50 ແຫ່ງ, ມັດທະຍົມຕົ້ນ 11 ແຫ່ງ ແລະ ມັດທະຍົມປາຍ 20 ແຫ່ງ. ຊັ້ນ ປ 5 ມີຈຳນວນທັງໝົດ 72 ຄົນ ຍິງ 46 ຄົນ, ມີວິຊາສອບເສັງ 3 ວິຊາ ຄື: ພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ; ຊັ້ນ ມ 4 ມີທັງໝົດ 32 ຄົນ ຍິງ 17 ຄົນ; ຊັ້ນ ມ 7 ມີທັງໝົດ 32 ຄົນ ຍິງ 17 ຄົນ, ມີວິຊາທີ່ສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນ ມ 4 ແລະ ມ 7 ມີ 4 ວິຊາ ຄື: ພາສາລາວ – ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.

ຈຸດປະສົງກໍເພື່ອສ້າງໂອກາດໃຫ້ນັກຮຽນສະແດງອອກດ້ານພອນສະຫວັນ, ຄວາມຮູ້ – ຄວາມສາມາດ ແລະ ຫົວຄິດປະດິດສ້າງທີ່ມີລັກສະນະແຂ່ງຂັນກັນ ໂດຍສະເພາະດ້ານລາຍວິຊາໃດໜຶ່ງເພື່ອໃຫ້ເກີດຄວາມຊຳນິຊຳນານ, ທັງເປັນການຄັດເລືອກເອົານັກຮຽນເກັ່ງຊັ້ນປະຖົມໃນລະດັບ ແຂວງ; ສ່ວນຊັ້ນ ມ 4 ແລະ ມ 7 ແມ່ນເພື່ອຄັດເລືອກເອົາຕົວແທນນັກຮຽນເກັ່ງເຂົ້າຮ່ວມການສອບເສັງໃນລະດັບຊາດ ປະຈຳປີ 2019 – 2020 ທີ່ກະຊວງສຶກສາທິການ ແລະ ກີລາ ຈະຈັດຂຶ້ນໃນຕົ້ນເດືອນມີນາ 2020 ຢູ່ທີ່ນະຄອນຫຼວງວຽງຈັນ.

( ຂ່າວ – ຮູບ: ສິດຕາ ເພັດວົງສາ )