ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ມອບເນື້ອທີ່ນາບຸກເບີກ ໃຫ້ແກ່ຄອບຄົວຢູ່ບ້ານ ຕິດກັບ ບໍ່ຄຳ-ທອງເຊໂປນ

284

ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ (ລຊມລ) ໄດ້ມອບດິນນາທີ່ບຸກເບີກໃໝ່ ຈຳນວນ 12 ເຮັກຕາ ໃຫ້ແກ່ 6 ຄອບຄົວ ຜູ້ດ້ອຍໂອກາດຂອງບ້ານວັງຍາງ ທີ່ຢູ່ຕິດກັບບໍ່ຄຳ-ທອງເຊໂປນ ເມືອງ ວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງເປັນບ່ອນດຳເນີນການຂຸດຄົ້ນ-ປຸງແຕ່ງ-ຜະລິດ ຄຳ-ທອງ ຂອງບໍລິສັດ ລຊມລ. ທົ່ງນາບຸກເບີກເຫຼົ່ານີ້ ຈະເປີດໂອກາດໃຫ້ຄອບຄົວດ້ອຍໂອກາດ ໃຫ້ສາມາດເພີ່ມພູນຜະລິດຜົນ ໃຫ້ໄດ້ເຂົ້າທີ່ມີຄຸນນະພາບດີ ແລະ ຫັນເປັນສິນຄ້າ ໃນອະນາຄົດ.


ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ ໄດ້ກ່າວວ່າ: “ອີງຕາມທິດທາງຂອງ ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8, ສປປ ລາວ ໄດ້ກຳນົດບູລິມະສິດໃຫ້ແກ່ການເຕີບໂຕທາງເສດຖະກິດແບບສີຂຽວ ໃສ່ໃນຍຸດທະສາດການພັດທະນາກະສິກຳ ແລະ ປ່າໄມ້ ໃນໄລຍະຍາວ ແລະ ສຸມໃສ່ການປັບປຸງຄຸນນະພາບຂອງການຜະລິດຕະພັນກະສິກຳ, ການຮັບປະກັນທາງດ້ານສະບຽງອາຫານ ແລະ ຜະລິດຕະພັນທີ່ປອດໄພ. ການສະໜັບສະໜູນຂອງບໍລິສັດ ລຊມລ ນີ້ ແມ່ນບາດກ້າວສຳຄັນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ດັ່ງກ່າວ ເຊິ່ງຈະເປັນການສະໜອງເນື້ອທີ່ດິນນາທີ່ຖາວອນເພື່ອໃຫ້ປະຊາຊົນໄດ້ປູກເຂົ້າກຸ້ມຕົນເອງ ແລ້ວ ກ້າວສູ່ການຜະລິດເປັນສິນຄ້າ ເພື່ອຫລຸດຜ່ອນການຕັດໄມ້ທຳລາຍປ່າແບບຜິດກົດໝາຍ ແລະ ຍົກສູງຄຸນນະພາບຊີວິດທີ່ຍືນຍົງຂອງຊຸມຊົນເຈົ້າພາບ.”


ທົ່ວເມືອງວິລະບູລີ ມີເນື້ອທີ່ນາປີ 4.870 ເຮັກຕ້າ, ສາມາດຜະລິດເຂົ້ານາປີໄດ້ 17.045 ໂຕນ. ເຖິງແມ່ນວ່າ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ມີການຊຸກຍູ້ການຜະລິດຜ່ານມາ ໂດຍການຊ່ວຍເຫຼືອທາງດ້ານວິຊາການ ແລະ ແນວພັນເຂົ້າ ທີ່ໄດ້ຜ່ານການປັບປຸງ ແຕ່ກໍຍັງບໍ່ສາມາດເຮັດການຜະລິດໃຫ້ກາຍເປັນສິນຄ້າໄດ້ເທື່ອ ທັງນີ້ກໍຍ້ອນວ່າ:ເນື້ອທີ່ທຳການຜະລິດຂອງຊາວກະສິກອນຍັງຈຳກັດ.
ເນື້ອທີ່ນາບຸກເບີກໄໝ່ ທີ່ໄດ້ມອບໃຫ້ຄອບຄົວ ໃນຄັ້ງນີ້ ແມ່ນຕອບສະໜອງຕາມຄວາມຕ້ອງການຂອງຊຸມຊົນ ແລະ ສະພາບຕົວຈິງຂອງເສດຖະກິດ-ສັງຄົມໃນປັດຈຸບັນ. ການຊ່ວຍເຫຼືອໃນການບຸກເບີກເນື້ອທີ່ນາເຫຼົ່ານີ້ ແມ່ນໄດ້ຮັບທຶນຈາກ ກອງທຶນພັດທະນາຊຸມຊົນ ທີ່ສະໜັບສະໜູນໂດຍບໍລິສັດ ລຊມລ ເຊິ່ງໄດ້ສ້າງຜົນປະໂຫຍດມະຫາສານໃຫ້ແກ່ຊຸມຊົນທ້ອງຖິ່ນ ອ້ອມຂ້າງບໍ່ຄຳ-ທອງເຊໂປນ ມາໄດ້ຫຼາຍກວ່າ 15 ປີ ແລ້ວ. ນັບຕັ້ງແຕ່ປີ 2003 ເປັນຕົ້ນມາ, ທຶນສະໜັບສະໜູນປະຈຳປີຂອງກອງທຶນດັ່ງກ່າວ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍຕາມລຳດັບ ຈາກ 96.000 ໂດລາສະຫະລັດມາເປັນ 50.000 ໂດລາສະຫະລັດຕໍ່ປີ ແລະ ທຶນປະກອບສ່ວນນີ້ ກໍຈະສືບຕໍ່ໄປ ຈົນກວ່າ ບໍ່ຄຳ-ທອງ ເຊໂປນ ຈະປິດລົງຢ່າງຕ່ຳ ໃນ 10 ປີຂ້າງໜ້າ.


ມາຮອດປັດຈຸບັນ, ກອງທຶນພັດທະນາຊຸມຊົນໄດ້ລົງທຶນທັງໝົດ 9,5 ລ້ານໂດລາສະຫະລັດ ໃສ່ໃນການປັບປຸງໂຄງລ່າງພື້ນຖານທີ່ຈຳເປັນສຳລັບຊຸມຊົນ ເພື່ອຍົກລະດັບຄຸນນະພາບທາງດ້ານສຸຂະພາບ, ການສຶກສາ, ການກະສິກຳ ແລະ ຍົກສູງຊີວິດການເປັນຢູ່ ໃຫ້ດີກວ່າເກົ່າ. ກອງທຶນພັດທະນາຊຸມຊົນ ໄດ້ຊ່ວຍລັດຖະບານໃນການສະໜັບສະໜູນ ແລະ ພັດທະນາຊຸມຊົນທ້ອງຖິ່ນອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.

ໃນຕໍ່ໜ້າ, ບໍລິສັດ ລຊມລ ຜ່ານກອງທຶນພັດທະນາຊຸມຊົນ ຈະສືບຕໍ່ສະໜັບສະໜູນເມືອງວິລະບູລີ ໃນການບຸກເບີກເນື້ອທີ່ດິນ ໃຫ້ເປັນທ້ອງທົ່ງນາ ທີ່ໃຫ້ຜະລິດຕະພາບທາງດ້ານກະສິກຳ, ເພີ່ມຍອດຂາຍ ແລະ ໄດ້ກຳໄລຫຼາຍ ກວ່າເກົ່າ.
ທ່ານ ຄຳຜຸຍ ສີບຸນເຮືອງ, ເຈົ້າເມືອງໆວິລະບູລີ ໄດ້ກ່າວວ່າ: “ຄອບຄົວທີ່ໄດ້ຮັບເນື້ອທີ່ນາບຸກເບີກໄໝ່ ຄວນມີຄວາມກະຕືລືລົ້ນ ເປັນເຈົ້າການໃນການຮັກສາ ແລະ ນຳໃຊ້ເນື້ອທີ່ນາ ໃຫ້ເກີດຜົນປະໂຫຍດສູງສຸດ.”


ໃຫ້ກຽດເປັນປະທານ ພິທີມອບ-ຮັບເນື້ອທີ່ນາບຸກເບີກໄໝ່ ໃຄັ້ງນີ້ ມີທ່ານ ຄຳຜຸຍ ສີບຸນເຮືອງ  ເຈົ້າເມືອງໆວິລະບູລີ, ທ່ານ ບຸນໄຊ ໄຊຍະລິນ – ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ ພ້ອມທັງການເຂົ້າຮ່ວມຂອງ ຜູ້ຕາງໜ້າຫ້ອງການເມືອງ, ອຳນດການປົກຄອງບ້ານອ້ອມຂ້າງ, ເຈົ້າຂອງເນື້ອທີ່ດິນ ແລະ ປະຊາຊົກບ້ານໃກ້ຄຽງ ບໍ່ຄຳ-ທອງ ເຊໂປນ.