ງານຫຼໍ່ສຽນ ເຈົ້າໄຊຍະເຊດຖາທິລາດ ລະດົມທຶນໄດ້ແລ້ວ 400 ກວ່າລ້ານກີບ

249

ງານ ເທທອງເຫຼືອງ ຫຼໍ່ສຽນ ສົມເດັດ ພະເຈົ້າ ໄຊຍະເຊດຖາທິລາດ ທີ່ວັດທາດ ພະໄຊ ເມືອງ ໄຊເຊດຖາ ແຂວງ ອັດຕະປື ເຊິ່ງນັບແຕ່ໄດ້ເລີ່ມຕົ້ນດ້ວຍການເປີດຮັບບໍລິຈາກລະດົມທຶນ ເພື່ອການກຸສົນເປັນຕົ້ນມານັ້ນ ຕ່າງກໍ່ມີພາກສ່ວນພຸດທະບໍລິສັດ ພາກລັດ-ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດໄດ້ໃຫ້ການປະກອບສ່ວນຕາມສັດທາ ບໍ່ວ່າ ທາງດ້ານວັດຖຸຸຸ ແລະ ຈິດໃຈເຫຼົ່ານັ້ນ ເປັນຈຳນວນຫຼວງຫຼາຍ.

ສິ່ງທີ່ໄດ້ຈາກການສັດທາ ແມ່ນການປະກອບສ່ວນອັນເປັນມົງຄຸນມະຫາກຸສົນຢ່າງຫາອັນປຽບບໍ່ໄດ້ ເຂົ້າໃນການຕົ້ມທອງຫຼໍ່ສຽນ ພະເຈົ້າໄຊຍະເຊດຖາທິລາດ ໃນຮູບປັ້ນຊົງປະທັບຫຼັງຊ້າງ ທີ່ຈະໄດ້ນຳໄປສະຖິດໄວ້ ເປັນອະນຸສາວະລີທີ່ສວນອຸທິຍານສາທາລະນາ ໃນດິນແດນບ້ານຫາດຊາຍຂາວ ເມືອງ ໄຊເຊດຖາ ແຫ່ງນີ້  ຖືວ່າ ເປັນຄັ້ງປະຫວັດສາດອັນຍິ່ງໃຫຍ່ ທີ່ໄດ້ຮັບແຮງບັນດານໃຈ ຈາກຊາວພຸດທະສາສະນິກະຊົນໄດ້ພ້ອມກັນສັດທາເຫຼື້ອມໃສປະກອບສ່ວນເຂົ້າໃນໂຄງການກໍ່ສ້າງດັ່ງກ່າວ ດຳເນີນໄປຢ່າງເປັນຮູບປະທຳ, ນັບແຕ່ຢູ່ໃນຊ່ວງວັນສຳຄັນເປັນເວລາ 6 ວັນ ໂດຍນັບຈາກ ວັນທີ 1-6 ກຸມພາ 2020 ສາມາດລວມຍອດລະດົມທຶນຜ່ານທະນາຄານການຄ້າປະເທດລາວມະຫາຊົນ ໄດ້ທັງໝົດ 400 ລ້ານ ກວ່າກີບ, ລວມພາກສ່ວນເຂົ້າຮ່ວມລະດົມທຶນໄດ້ທັງໝົດ 1.103 ພາກສ່ວນ ແລະ ສາມາດໄດ້ຈຳນວນທອງຫຼ່ໍທັງໝົດ 8.105,5 ກິໂລ.

ທັງໝົດນັ້ນນັບວ່າ ໄດ້ຕອບສະໜອງຄວາມມຸງມາດປາດຖະໜາຂອງຊາວພຸດທະສາສະນິກະຊົນທີ່່ເປັນເຈົ້າແຫ່ງສັດທາໃນການສ້າງອະນຸສາວະລີສວນອຸທິຍານສາທາລະນະ ປູຊະນີຍະສະຖານ ລະນຶກຄຸນງາມຄວາມດີ ບັນພະບູລຸດ ຂອງສົມເດັດເຈົ້າໄຊຍະເຊດຖາທິລາດ ທີ່ໄດ້ອຸທິດຊີວິດ ເພື່ອຊາດສະໄໝອານາຈັກລາວລ້ານຊ້າງ ເຊິ່ງຈະໄດ້ສະຖິດໄວ້ທີ່ເມືອງ ໄຊເຊດຖານັ້ນ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວວັດທະນະທຳຕິດພັນກັບປະຫວັດສາດ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ໃຫ້ ເຕັມໄປດ້ວຍມູນເຊື້ອວັດທະນະທຳນີ້ນັບມື້ນັບຫຼາຍຂຶ້ນ.

ແນວໃດກໍ່ຕາມ ເລີ່ມແຕ່ ວັນທີ 6 ເດືອນ ກຸມພາ 2020 ເປັນຕົ້ນໄປ ອຳນາດການປົກຄອງແຂວງ ອັດຕະປື ຍັງໄດ້ສືບຕໍ່ເປີດຮັບການລະດົມທຶນໂດຍຜ່ານລະບົບທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ຕໍ່ການສັດທາອັນເປັນມະຫາກຸສົນດັ່ງກ່າວ ບັນດາເຈົ້າສັດທາທັງພາຍໃນ ແລະ ຕ່າງປະເທດ ສາມາດໂອນເງິນຜ່ານເຄົາເຕີ້ທະນາຄານໄດ້ທຸກສາຂາ ເຊັ່ນ: ບີຊີເອລວັນ, ໄອແບ້ງ ແລະ ຕູ້ເອທີເອັມ ໝາຍເລກບັນຊີ 080110001698102001 ສົມເດັດພະເຈົ້າ ໄຊຍະເຊດຖາທິລາດ ຫຼື ວ່າທ່ານໃດຫາກມີຄວາມສະດວກ ແມ່ນສາມາດເຂົ້າມາປະກອບສ່ວນດ້ວຍຕົວທ່ານເອງ ຜ່ານລະບົບທະນາຄານການຄ້າຕ່າງປະເທດລາວ ທຸກສາຂາ ຈົນກວ່າ ໂຄງການກໍ່ສ້າງສຳເລັດ.

ດັ່ງນັ້ນ ຈຶ່ງຂໍຮຽກມາຍັງທຸກທ່ານທົ່ວສັງຄົມທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ທີ່ມີຈິດໃຈຮ່ວມທຳບຸນກຸສົນເຂົ້າໂຄງການກໍ່ສ້າງ ອະນຸສາວະລີຮູບປັ້ນ ສົມເດັດ ເຈົ້າໄຊຍະເຊດຖາທິລາດ ມາຫາຣາດ ຊົງປະທັບຊ້າງ ມີນ້ຳໜັກທັງໝົດ 18 ໂຕນ, ມູນຄ່າທອງເຫຼືອງ 1 ກິໂລກຣາມ 50.000 ກີບ ໃຫ້ເປັນຮູບປະທຳ ແລະ ສຳເລັດໄປຕາມເວລາກຳນົດໄວ້.

ໂດຍ: ມາລາທິບ