ຈະເປັນຕາແພງສໍາໃດ! ສຕລ ກັບ ມາຊດ້າ ຈັດບານເຕະ ຢູ 7, 9 ແລະ 11 ຄັ້ງທໍາອິດເລີ່ມທີມລະ 4 ຄົນ

150

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຈັບມືກັບ ມາຊດ້າ ( Mazda ) ກຽມຈັດການແຂ່ງຂັນບານເຕະລາຍການ Mazda Challenge Cup ຄັ້ງທີ 1 ຂຶ້ນໃນປີ 2020 ໂດຍຈະມີການແຂ່ງຂັນ 3 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 7 ປີ, 9 ປີ ແລະ 11 ປີ ເລີ່ມເປີດສາກໃນວັນທີ 31 ພຶດສະພາ 2020.

ພິທີຖະແຫຼ່ງຂ່າວຈັດການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນໃນວັນທີ 19 ກຸມພາ 2020 ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ແລະ ທ່ານ ທິບພະເນດ ແກ້ວມະນີວົງ ຜູ້ບໍລິຫານ ບໍລິສັດແກ້ວໂອໂຕກຣຸບຈຳກັດ ( ຜູ້ນຳເຂົ້າ ແລະ ຈຳໜ່າຍ MAZDA ທົວປະເທດ ) ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ລາຍການດັ່ງກ່າວ ທັງ 3 ຮຸ່ນແມ່ນເລີ່ມຮັບສະໝັກແຕ່ວັນນີ້ໄປຈົນເຖິງວັນທີ 30 ພຶດສະພາ 2020 ກ່ອນທີ່ການແຂ່ງຂັນຈະປີດສາກຂຶ້ນຢ່າງເປັນທາງການໃນວັນທີ 31 ພຶດສະພາ 2020 ທີ່ສະໜາມບ້ານເຕະຫຍ້າທຽມ ສຕລ ໂດຍຢູ 7 ສາມາດລົງທະບຽນນັກກີລາໄດ້ 4-8 ຄົນຕໍ່ທີມ ( ໄດ້ທັງຍິງ ແລະ ຊາຍ ), ຢູ 9 ລົງທະບຽນນັກກີລາໄດ້ທີມລະ 6-12 ຄົນ ( ໄດ້ທັງຍິງ ແລະ ຊາຍ) ແລະ ຢູ 11 ລົງທະບຽນນັກກີລາໄດ້ທີມລະ 7-14 ຄົນ ( ໄດ້ທັງຍິງ ແລະ ຊາຍ ).

ສ່ວນກົດລະບຽບການແຂ່ງຂັນຢູ 7 ແມ່ນແຂ່ງຂັນ 2 ຕັ້ງໆລະ 4 ນາທີ ແລະ ນັກກີລາທີມລະ 4 ຄົນລວມທັງຜູ້ຮັກສາປະຕູ; ຢູ 9 ແມ່ນແຂ່ງຂັນ 2 ຕັ້ງໆລະ 5 ນາທີ ແລະ ນັກກີລາທີມລະ 6 ຄົນລວມທັງຜູ້ຮັກສາປະຕູ; ຢູ 11 ແມ່ນແຂ່ງຂັນ 2 ຕັ້ງໆລະ 6 ນາທີ ແລະ ນັກກີລາທີມລະ 7 ຄົນລວມທັງຜູ້ຮັກສາປະຕູ.