ອາທິດນີ້ ອຸນຫະພູມຈະເຢັນລົງອີກ 2-3ອົງສາ ພາກເໜືອ ແລະ ພາກກາງກຽມຮັບມືໃຫ້ດີ

191

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ອາທິດນີ້, ອຸນຫະພູມຈະຫຼຸດລົງ 2-3 ອົງສາ ໃນແຕ່ລະພາກ, ອຸຕຸເຕືອນປະຊາຊົນເຂດພາກເໜືອ ແລະ ພາກກາງຈົ່ງຮັກສາສຸຂະພາບ ແລະ ກຽມພ້ອມຮັບມືກັບສະພາບອາກາດໜາວ ຫາ ໜາວເຢັນຫຼາຍທີ່ຈະເກີດຂຶ້ນໃນໄລຍະວັນທີ 17 ຫາ 23 ກຸມພານີ້ໃຫ້ດີ.

ພາບປະກອບຂ່າວເທົ່ານັ້ນ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 17 ຫາ 23 ກຸມພາ 2020: ໃນໄລຍະໜຶ່ງອາທິດຕໍ່ໜ້າ ວັນທີ 17 ຫາ 23 ກຸມພາ ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກໍາລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງຕື່ມອີກ 2 ຫາ 3 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກ ກະຈາຍໃນລະດັບຄ່ອຍເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍ ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວ ຫາ ໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້.

ເຖິງຢ່າງໃດກໍ່ຕາມ ໃນໄລຍະນີ້ອາກາດໃນຕອນເຊົ້າມີລົມພັດເຢັນ ສະນັ້ນ, ທຸກຄົນຢ່າລືມຮັກສາສຸຂະພາບຂອງຕົນເອງ ດ້ວຍການນຸ່ງເສື້ອກັນໜາວ ຫຼື ເຮັດໃຫ້ຮ່າງກາຍມີຄວາມອົບອຸ່ນຢູ່ຕະຫຼອດ ເພື່ອປ້ອງກັນການເຈັບໄຂ້ໄດ້ປ່ວຍທີ່ອາດມາໃນຊ່ວງໄລຍະທີ່ອາການປ່ຽນແປງຢູ່ຕະຫຼອດແບບນີ້.