ມາຮູ້ຈັກ! ຊີວິດຂອງ ແກ້ວມະນີ ເຮັດວຽກເສີມສົ່ງຕົວເອງຮຽນກ່ອນໄດ້ຮັບທຶນຈາກ SCG

183

ນາງ ແກ້ວມະນີ ແພງເມືອງ ນັກສຶກສາປີ 3 ສາຂາສະຖາປັດຕະຍະກຳສາດ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ, ເປັນໜຶ່ງໃນນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກໂຄງການ “ SCG Sharing the Dream ” ປະຈຳສົກຮຽນ 2019 – 2020 ໃຫ້ຮູ້ວ່າ: ຕົນເອງມີເອື້ອຍນ້ອງນຳກັນ 5 ຄົນ ( ນ້ອງເປັນລູກຄົນທີ 4 ) ແລະ ແມ່ເປັນແມ່ລ້ຽງດ່ຽວຈຶ່ງມີຄ່າໃຊ້ຈ່າຍທີ່ຂ້ອນຂ້າງສູງ ເຊິ່ງນັ້ນແມ່ນສາເຫດທີ່ໃຫ້ຕົວນ້ອງມີຄວາມຕັ້ງໃຈຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີການຮຽນທີ່ດີ ແລະ ທີ່ສຳຄັນຫາຊ່ອງທາງຫາເງິນຮັບຜິດຊອບຄ່າໃຊ້ຈ່າຍໃນສ່ວນຂອງຕົວເອງນັບຕັ້ງແຕ່ຄ່າຮຽນ, ເຄື່ອງໃຊ້ອຸປະກອນການຮຽນ, ຄ່າທຳນຽມຕ່າງໆທີ່ສະຖາບັນການສຶກສາ ແລະ ຄ່າກິນຢູ່.

ກ່ອນທີ່ຈະໄດ້ຮັບທຶນນ້ອງໄດ້ເຮັດວຽກເສີມໃນເວລາວ່າງ ເພື່ອຫາເງິນສົ່ງຕົນເອງຮຽນຕັ້ງແຕ່ຈົບມັດທະຍົມປາຍ ເຊັ່ນ: ເລີ່ມທຳອິດແມ່ນນ້ອງຂາຍອຸປະກອນຕັດໂມເດວກັບໂມເດວຂອງຍີ່ປຸ່ນ ທີ່ເອີ້ນວ່າ ກັນພລາ ນຳໝູ່, ຂາຍໄດ້ແດ່ບໍ່ໄດ້ແດ່ກໍເລີ່ມຫາວຽກຟຣີແລນເຮັດ ນຳ, ຕອນນັ້ນແມ່ນເຮັດວຽກສະຫຼຸບບັນຊີ ແລະ ຈັດໜ້າປຶ້ມໃຫ້ກັບບໍລິສັດອົສຕາລີ ລາຍໄດ້ແມ່ນຊົ່ວໂມງລະ 50 ພັນກີບ ເນື່ອງຈາກຍັງຮຽນຢູ່ກໍເຮັດຕາມຊົ່ວໂມງທີ່ວ່າງ ແລະ ສາມາດສ້າງລາຍຮັບພໍຈັບຈ່າຍໃຊ້ສອຍເຂົ້າໃນການຮຽນ ເຊິ່ງໄລຍະປິດເທີມກໍໄດ້ໄປເຮັດວຽກຢູ່ໃນໜ່ວຍງານການຕະຫຼາດ ແລະ ບຸກຄະ    ລາກອນ ເຊິ່ງໜ້າວຽກສ່ວນ        ໃຫຍ່ກ່ຽວກັບເອກະສານພາສາອັງກິດ, ເອກະສານປະມູນ, ຮັບພະນັກງານຕ່າງໆ ເພາະວຽກຂ້ອນຂ້າງໜັກເຮັດວຽກແຕ່ວັນຈັນຮອດວັນເສົາ ກໍເລີຍໄດ້ເງິນເດືອນຂ້ອນຂ້າງດີແດ່ ແລະ ຫຼັງຈາກເປີດເທີມມາກໍບໍ່ສາມາດເຮັດວຽກໄດ້ຄືເກົ່າ ເລີຍຫັນມາເຮັດວຽກຮັບ – ສົ່ງເຄື່ອງສິນຄ້າທຸກຢ່າງຈາກຍີ່ປຸ່ນ ນຳພີ່ນ້ອງ ຈົນຮອດປັດຈຸບັນລາຍໄດ້ກໍບໍ່ໄດ້ຫຼາຍ ແຕ່ຢ່າງໜ້ອຍກໍຍັງມີລາຍໄດ້ເສີມບໍ່ເດືອດຮ້ອນຄອບຄົວ.

ນາງ ແກ້ວມະນີ ແພງເມືອງ ໃຫ້ຮູ້ອີກວ່າ: ກ່ອນທີ່ນ້ອງຈະໄດ້ມາຮູ້ຈັກກັບທຶນ SCG ຍ້ອນເຫັນອາຈານແຊຣ໌ລົງເຟສບຸ໊ກ ຈຶ່ງແຄັບໜ້າຈໍໄວ້ ແລະ ຕິດຕໍ່ສອບຖາມສະໝັກທຶນນຳທາງຫ້ອງການບິກບລູ, ຫຼັງຈາກນັ້ນກໍຖືກຄັດເລືອກໃຫ້ເຂົ້າມາສຳພາດແລ້ວກໍຜ່ານການສຳພາດ ເນື່ອງຈາກນ້ອງເປັນຄົນມັກໃຝ່ຮູ້ ແລະ ມີ ຄວາມຝັນທີ່ຊັດເຈນກໍຄືການເປັນນັກອອກແບບ ຫຼື ສະຖາປະນິກ, ແຕ່ດ້ວຍວິຊາສາຂາທີ່ຮຽນມີຄ່າໃຊ້ຈ່າຍສູງມີທັງຄ່າ ສໍ, ໄສ້ສໍ, ໄມ້ບັນທັດ, ປຣິ້ນເຈ້ຍ, ເຈ້ຍຕັດໂມເດວຕ່າງໆ ນ້ອງຈຶ່ງຕ້ອງໄດ້ຂາຍເຄື່ອງ ແລະ ບາງຄັ້ງຮັບວຽກຟຣີແລນ ເພື່ອນຳເງິນສ່ວນດັ່ງກ່າວມານຳໃຊ້ເຂົ້າໃນການຮຽນຂອງຕົນ ດ້ວຍສາເຫດ ແລະ ເງື່ອນໄຂທີ່ກ່າວມາທາງ SCG ເພິ່ນຈຶ່ງມອບທຶນການສຶກສາໃຫ້ນ້ອງ.

ນ້ອງຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ໂອກາດດີໆຈາກ SCG ຄັ້ງນີ້, ນ້ອງໄດ້ນໍາເອົາເງິນດັ່ງກ່າວທີ່ໄດ້ມາໄປຊໍາລະຄ່າຮຽນ ແລະ ຈັດແບ່ງເປັນສັດສ່ວນເພື່ອໃຊ້ຈ່າຍໃນອະນາຄົດ, ທຶນການສຶກສານີ້ຊ່ວຍໃຫ້ນ້ອງຫຼຸດຜ່ອນເລື່ອງຂອງການເງິນໄດ້ຫຼາຍຂຶ້ນ, ແມ່ກັບເອື້ອຍໆກໍບໍ່ເປັນກັງວົນນຳເລື່ອງຂອງການພັກຜ່ອນ ເພາະຕອນທີ່ຮັບວຽກກໍຈະບໍ່ຄ່ອຍມີເວລາພັກຜ່ອນ ສຳລັບຄົນອື່ນທຶນການສຶກສານີ້ອາດເບິ່ງຄືເລັກໜ້ອຍແຕ່ສຳລັບນ້ອງແມ່ນຊ່ວຍແບ່ງເບົາພາລະໄປໄດ້ຫຼາຍ ແລະ ມີເວລາທຸ່ມເທໃຫ້ກັບໂຄງການອອກແບບວຽກບົດລາຍງານຕ່າງໆໃຫ້ກັບອາຈານຢູ່ຄະນະ ແລະ ຮູ້ສຶກວ່າຕົນເອງມີແຮງຊຸກຍູ້ຫຼາຍຂຶ້ນໃນການຮໍ່າຮຽນ ນ້ອງຈະສັນຍາກັບຕົນເອງວ່າຈະຕັ້ງໃຈໃນການສຶກສາຮ່ຳຮຽນ ແລະ ພັດທະນາຕົນເອງໃຫ້ເປັນບຸກຄະລາກອນທີ່ມີຄຸນຄ່າ ແລະ ສ້າງຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ສັງຄົມປະເທດຊາດຕໍ່ໄປ.

ນາງ ແກ້ວມະນີ ແພງເມືອງ ຂໍຝາກຄວາມຂອບໃຈມາ ບໍລິສັດ SCG ທີ່ມອບທຶນຊຸກຍູ້ຊ່ວຍເຫຼືອສານຕໍ່ຄວາມໃຝ່ຝັນໃຫ້ນ້ອງນັກຮຽນ – ນັກສຶກສາທີ່ຂາດກໍາລັງທາງດ້ານການເງິນ ແລະ ທັງໃຫ້ຄວາມອົບອຸ່ນໃຫ້ ຄວາມເປັນຄອບຄົວແກ່ນ້ອງໆທຸກຄົນ, ສິ່ງທີ່ເພິ່ນມອບໃຫ້ໃນມື້ນີ້ຖືເປັນທັງກຳລັງໃຈ ແລະ ກຳລັງກາຍໃຫ້ນ້ອງເອງມີ ຄວາມຕັ້ງໃຈເອົາໃຈໃສ່ໃນການຮໍ່າຮຽນໃນອະນາຄົດ, ຖ້າຫາກນ້ອງມີຄວາມສາມາດມີທຶນກໍຢາກມອບໂອກາດດີດີແບບນີ້ໃຫ້ກັບນ້ອງໆຮຸ່ນຖັດໄປ.

( ຂ່າວ: ແກ້ວ )