ດີໃຈນຳ! ສາທາຫຼວງນໍ້າທາ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນ, ຄວບຄຸມພະຍາດອັກເສບປອດສາຍພັນໃໝ່

75

ປັດຈຸບັນ ເຖິງແມ່ນວ່າ ສປປ ລາວ ຍັງບໍ່ພົບກໍລະນີຕິດເຊື້ອພະຍາດອັເສບປອດສາຍພັນໃໝ່ກໍ່ຕາມ ແຕ່ລັດຖະບານ ກໍ່ຄືກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ເຝົ້າລະວັງຢ່າງພ້ອມທັງແນະນຳໃຫ້ບັນດາແຂວງ ທີ່ມີຊາຍແດນຕິດຈອດປະກັບປະເທດທີ່ມີເຊື້ອພະຍາດດັ່ງກ່າວ ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງໃກ້ຊິດບໍ່ໃຫ້ເຊື້ອພະຍາດດັ່ງກ່າວແພ່ລາມເຂົ້າສູ່ປະເທດລາວ.

ຫຼ້າສຸດ, ໃນວັນທີ 13 ກຸມພາ 2020 ຜ່ານມາ ຢູ່ທີ່ພະແນກສາທາລະນະສຸກແຂວງຫຼວງນໍ້າທາ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງປ້ອງກັນຄວບຄຸມພະຍາດອັກເສບປອດສາຍພັນໃໝ່ ແລະ ເຄື່ອງນຸ່ງຫົ່ມ ມາມອບໃຫ້ແຂວງຫຼວງນໍ້າທາ ເພື່ອມອບຕໍ່ໃຫ້ພະນັກງານແພດທີ່ປະຕິບັດໜ້າທີ່ປະຈໍາດ່ານກວດກາຄົນເຂົ້າ – ອອກເມືອງປະຈໍາຢູ່ດ່ານມີຈໍານວນ 30 ຊຸດ ແລະ ມອບເຄື່ອງນຸ່ງຫົ່ມໃຫ້ປະຊາຊົນຜູ້ທຸກຍາກມີທັງຫມົດ 54 ແກັດ.

ເຊິ່ງກ່າວມອບໂດຍ ທ່ານ ຮອງ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວຮັບໂດຍ ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງໆຫລວງນໍ້າທາ ໂດຍຊ້ອງຫນ້າທ່ານ ດຣ ຄຳຈັນ ອິນທອງໄຊ ຫົວຫນ້າພະແນກສາທາລະນສຸກ ແຂວງຫລວງນໍ້າທາ ແລະ ຜູ້ເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ: ຂ່າວສານຫຼວງນໍ້າທາ