ຢາກໃຫ້ທຸລະກິດຈະເລີນຮຸ່ງເຮືອງ ຄວນປະຕິບັດຕາມຫຼັກການຫຍັງແດ່?

172

ການເຮັດທຸລະກິດໃນປັດຈຸບັນ ພວກເຮົາບໍ່ສາມາດຫຼີກລຽງບັນຫາ ແລະ ຂໍ້ຫຍຸ້ງຍາກຂອງທຸລະກິດໄດ້ ຍ້ອນວ່າຈະມີອຸປະສັກເປັນບົດທົດສອບໃຫ້ເຮົາຕ້ອງໄດ້ປະເຊີນກັບມັນຢູ່ເລື້ອຍໆ ຖ້າຫາກຄົນໃດສາມາດກ້າວຂ້າມຈຸດນັ້ນມາໄດ້ ກໍໝາຍວ່າປະສົບຜົນສໍາເລັດໄປແລ້ວຫຼາຍເຕີບ, ແຕ່ກໍຍັງມີຫຼາຍຄົນທີ່ເປັນຜູ້ບໍລິຫານເກັ່ງໆບໍ່ສາມາດປະຄອງທຸລະກິດໃຫ້ຕະຫຼອດຮອດຝັ່ງໄດ້ ກໍເຮັດໃຫ້ກິດຈະການນັ້ນຖືກຢຸດສະງັກ ຫຼື ລົ້ມລະລາຍ. ມື້ນີ້ ອາຈານ ບຸນສືບ ປັນຍາ ຜູ້ຊ່ຽວຊານດ້ານການບໍລິຫານອົງກອນຂອງ ບໍລິສັດ I – Team ຈໍາກັດ ເພິ່ນໄດ້ໃຫ້ທັດສະນະ ວ່າ: ຖ້າຢາກປະສົບຜົນສໍາເລັດໃນທຸລະກິດທີ່ຕົນເຮັດຢູ່ແລ້ວນັ້ນ ນອກຈາກຄວາມຮູ້ທີ່ມີຢູ່ແລ້ວຍັງຕ້ອງຫາປະສົບການຕົວຈິງຈາກຫຼາຍໆເວທີ ເພື່ອເປັນແຮງຍູ້ໃຫ້ເຮົາກ້າວໜ້າຕໍ່ໄປ ເຊິ່ງຂ້າພະເຈົ້າມີຂໍ້ແລກປ່ຽນໃຫ້ກັບຜູ້ປະກອບການຮຸ່ນໃໝ່ຄວນປະຕິບັດ ລຸ່ມນີ້:

1 ຕ້ອງມີຄວາມມັກໃນການເຮັດທຸລະກິດ: ການເຮັດວຽກຄວນເຮັດດ້ວຍຄວາມມັກຮັກໃນອາຊີບວຽກງານຂອງຕົນເອງ ຈຶ່ງຈະເຮັດໃຫ້ເຮົາຜ່ານຈຸດລຳບາກໄດ້ຢ່າງງ່າຍດາຍ ເພາະວ່າຄວາມມັກຮັກຂອງແຕ່ລະຄົນແຕກຕ່າງກັນ ແລະ ຄວາມຕັ້ງໃຈກໍແຕກຕ່າງ ຈຶ່ງບໍ່ສາມາດສອນໃຫ້ເປັນຄືກັນໄດ້.

2 ສ້າງຄວາມເຊື່ອໝັ້ນ: ຄົນທີ່ມີຄວາມໜ້າເຊື່ອຖື ແລະ ເປັນທີ່ໄວ້ວາງໃຈຂອງອົງກອນ, ທີມງານ ຫຼື ໝູ່ເພື່ອນ ເຂົາເຈົ້າກໍມັກຈະເຮັດທຸລະກິດກັບຄົນທີ່ໜ້າໄວ້ໃຈຄືກັນ. ດັ່ງນັ້ນ, ຫາກເຮົາຢາກເປັນຄົນໜຶ່ງທີ່ໄດ້ຮັບຄວາມໄວ້ວາງໃຈຈາກໝູ່ເພື່ອນ ກໍຕ້ອງມີຄວາມຈິງໃຈກັບຕົນເອງ ແລະ ຄົນອື່ນເຊັ່ນກັນ.

3 ຢ່າຢ້ານຄວາມຫຼົ້ມແຫຼວ: ການລົ້ມລະລາຍ ຫຼື ຄວາມຫຼົ້ມແຫຼວທີ່ເກີດຈາກການບໍລິຫານທຸລະກິດໃນທາງທີ່ຜິດພາດນັ້ນ ຖືວ່າເປັນບົດຮຽນອັນແສນລໍ້າຄ່າທີ່ຈະເຮັດໃຫ້ເຮົາຈົດຈໍາໄປຕະຫຼອດຊີວິດ ວ່າຈະບໍ່ເຮັດໃຫ້ມັນເກີດຂຶ້ນອີກ. ນອກນັ້ນ, ເປັນໂອກາດໃຫ້ກັບຕົນເອງທີ່ຈະໄດ້ທົບທວນ ແລະ ຮຽນຮູ້ຫຼາຍຢ່າງ ເພາະຄົນທີ່ເຂົາເຈົ້າປະສົບຄວາມສຳເລັດມາແລ້ວນັ້ນ ເຂົາກໍເຄີຍຫຼົ້ມແຫຼວມາກ່ອນເຊັ່ນກັນ. ສະນັ້ນ, ຖ້າຫາກເຮົາຕັ້ງໃຈຈະເຮັດສິ່ງໃດໜຶ່ງກໍຕ້ອງເຮັດໃຫ້ສຸດຂີດ ແລະ ບໍ່ຕ້ອງຢ້ານຄວາມຫຼົ້ມແຫຼວ.

4 ກ້າຕັດສິນໄວ: ການເຮັດທຸລະກິດບໍ່ຄວນລໍຖ້າມື້ທີ່ຈະຕັດສິນໃຈ ເພາະຫາກເຮົາບໍ່ມີແຜນຊັດເຈນທີ່ດີແລ້ວ ກໍອາດຈະເຮັດໃຫ້ເສຍໂອກາດກໍເປັນໄດ້ ຍ້ອນວ່າຄົນອື່ນເຂົາເຈົ້າກໍຄິດຄືກັນກັບເຮົາ. ສະນັ້ນ, ການຕັດສິນໃຈລົງມືເຮັດໄວເທົ່າໃດກໍຈະເຮັດໃຫ້ເຮົາໄດ້ຮັບໂອກາດທີ່ດີ.

5 ອອກກໍາລັງກາຍປົກກະຕິ: ເຮົາຄວນເບິ່ງແຍງສຸຂະພາບຂອງຕົນໃຫ້ດີ ເພາະວ່າເຮົາຈະມີຄ່າຫຼາຍກວ່າເຄື່ອງຈັກ ຫຼື ສິ່ງຂອງທົ່ວໄປ ຫາກເຮົາສຸຂະພາບບໍ່ດີກໍຍາກທີ່ຈະເຮັດໃຫ້ວຽກປະສົບຜົນສໍາເລັດ.

6 ຢ່າໝັ້ນໃຈຕົນເອງເກີນໄປ: ຫາກເຮົາເປັນຜູ້ໜຶ່ງທີ່ມີຄວາມໝັ້ນໃຈກັບຕົນເອງສູງໂດຍທີ່ບໍ່ຟັງໃຜ ເຮົາອາດຈະບໍ່ຮູ້ເຖິງແກ່ນແທ້ຂອງບັນຫາທີ່ທີມງານ ຫຼື ພະນັກງານປະເຊີນມາ ລວມໄປເຖິງການແລກປ່ຽນບົດຮຽນ, ຄວາມຄິດເຫັນຕ່າງໆ ແລະ ຈະບໍ່ມີໂອກາດພັດທະນາຕົນເອງໃຫ້ກ້າວໜ້າໄດ້.

7 ຍອມຮັບຂໍ້ຜິດພາດ: ເຮົາຄວນເຮັດວຽກເພື່ອຖືກການຍອມຮັບຈາກເພື່ອນຮ່ວມງານ ເຖິງແມ່ນວ່າເຂົາອາດມີແນວຄິດທີ່ແຕກຕ່າງກັບເຮົາກໍຕາມ ເພາະວ່າການເປີດໂອກາດໃຫ້ຄົນອື່ນໄດ້ອະທິບາຍ ຫຼື ຊີ້ແຈງບັນຫາ ເຮົາອາດຈະມີຄວາມຄິດໃນການແກ້ໄຂ ແລະ ຍອມຮັບຂໍ້ຜິດພາດທີ່ເກີດຈາກເຮົາເອງກໍເປັນໄດ້.

8 ຕ້ອງມີມາດຕະຖານ: ຢ່າພະຍາຍາມຫຼຸດມາດຕະຖານຂອງຕົນເອງ ເພື່ອຈະເອົາຊະນະຄູ່ແຂ່ງ, ແຕ່ຈົ່ງເຮັດທຸລະກິດຢ່າງກົງໄປ – ກົງມາ ເພື່ອຮັກສາມາດຕະຖານທີ່ດີຂອງຕົນເອົາໄວ້ ແລະ ເປັນທີ່ໄວ້ວາງໃຈຂອງທຸກຄົນຈະດີທີ່ສຸດ.

9 ລົງມືເຮັດໃຫ້ເຖິງທີ່ສຸດ: ເຮົາອາດຈະຫຼົ້ມແຫຼວໃນບາງທຸລະກິດຜ່ານມາກໍຕາມ, ແຕ່ຄວນຄິດໃນແງ່ດີ ແລະ ເອົາ ຄວາມຜິດພາດນັ້ນມາວິເຄາະ – ຮຽນຮູ້ ເພື່ອທີ່ຈະພັດທະນາຕົນເອງຕໍ່ໄປ ເພາະວ່າອະດີດບໍ່ສາມາດແກ້ໄຂໄດ້, ແຕ່ຈົ່ງເຮັດປັດຈຸບັນໃຫ້ດີທີ່ສຸດເພື່ອອະນາຄົດຂ້າງໜ້າ.

10 ກ້າໄດ້ – ກ້າເສຍ: ການເຮັດທຸລະກິດໃນຍຸກໃໝ່ນີ້ມີຫຼາຍສິ່ງຫຼາຍຢ່າງທີ່ໃຫ້ເຮົາໄດ້ຄົ້ນຫາ ຫຼື ທົດລອງຢູ່ເລື້ອຍໆ ຫາກເຮົາເປັນຜູ້ໜຶ່ງທີ່ກ້າໄດ້ – ກ້າເສຍ ກໍຄວນລອງສ່ຽງໃນການທີ່ຈະນໍາສະເໜີສິ່ງໃໝ່ໆໃຫ້ກັບຕົນເອງ ຫຼື ບໍລິສັດ ບາງເທື່ອເຮົາອາດຈະມີທາງເລືອກອີກຢ່າງທີ່ເປີດໂອກາດໃຫ້ທ່ານໄດ້ທົດລອງຢູ່.

[ ໂດຍ: ສົມສະຫວິນ ]