ອາເມຣິກາອອກກົດໝາຍການຄ້າຂັດລະບຽບອົງການການຄ້າໂລກ

53

ລັດຖະບານອາເມຣິກາດໍາເນີນການແກ້ໄຂກົດໝາຍການຄ້າຂອງປະເທດເມື່ອຕົ້ນອາທິດນີ້ເຮັດໃຫ້ສາມາດດໍາເນີນການພິຈາລະນາການຂຶ້ນພາສີສິນຄ້ານໍາເຂົ້າຈາກປະເທດກໍາລັງພັດະນາພາຍໃຕ້ນິຍາມຂອງອົງການການຄ້າໂລກໄດ້ງ່າຍຂຶ້ນ.

ພາຍໃຕ້ກົດລະບຽບຂອງອົງການການຄ້າໂລກລະບຸວ່າປະເທດຜູ້ນໍາເຂົ້າສາມາດຕັ້ງຄະນະກໍາມະການສືບສວນເພື່ອພິຈາລະນາການຂຶ້ນພາສີສິນຄ້ານໍາເຂົ້າໂຕ້ຕອບໄດ້ຫາກພົບວ່າລັດຖະບານປະເທດທີ່ສົ່ງສິນຄ້າຊະນິດນັ້ນມີການອຸດໜູນການສົ່ງອອກ.

ເຊິ່ງໃນສ່ວນຂອງການກໍານົດນິຍາມຂອງປະເທດກໍາລັງພັດທະນາຂອງອົງການການຄ້າໂລກນັ້ນ,ອາເມຣິກາເຫັນວ່າອົງການການຄ້າໂລກມີການນິຍາມທີ່ຄຸມເຄືອເຊິ່ງເຮັດໃຫ້ປະເທດຊັ້ນນໍາຫຼາຍແຫ່ງເຊັ່ນສປ ຈີນ,ອິນເດຍ,ສ.ເກົາຫຼີ ແລະ ສິງກະໂປໄດ້ຮັບການກໍານົດວ່າເປັນປະເທດກໍາລັງພັດທະນາ ແລະ ໄດ້ຮັບສິດທິພິເສດທາງການຄ້າຕ່າງໆພາຍໃຕ້ກົດລະບຽບຂອງອົງການການຄ້າໂລກເຊິ່ງທ່ານ ໂດນັນ ທຣໍາ ປະທານາທິບໍດີຊີ້ວ່າເປັນການເອົາປຽບທາງການຄ້າຕໍ່ອາເມຣິກາ.

ສະນັ້ນ,ອາເມຣິກາຈຶ່ງໂຕ້ຕອບດ້ວຍການແກ້ໄຂກົດໝາຍການຄ້າເພື່ອຖອດລາຍຊື່ກຸ່ມປະເທດກໍາລັງພັດທະນາພາຍໃຕ້ນິຍາມຂອງອົງການການຄ້າໂລກຈໍານວນ25ປະເທດອອກຈາກບັນຊີລາຍຊື່ກຸ່ມປະເທດກໍາລັງພັດທະນາຂອງອາເມຣິກາເຊິ່ງເຮັດໃຫ້ອາເມຣິກາສາມາດຕັ້ງຄະນະກໍາມະການສືບສວນເພື່ອພິຈາລະນາຄະດີຂຶ້ນພາສີສິນຄ້ານໍາເຂົ້າຈາກປະເທດເຫຼົ່ານັ້ນຫາກພົບວ່າມີການອຸດໜູນສິນຄ້າສົ່ງອອກຫຼາຍກວ່າ1%.