ຫັນການເຮັດໄຮ່ປູກເຂົ້າເລື່ອນລອຍ ມາປູກແຂມເປັນສິນຄ້າພາຄອບຄົວພົ້ນທຸກ

322

ຍ້ອນເຫັນໄດ້ແນວທາງທີ່ຖືກຕ້ອງຂອງພັກ ກໍຄືອົງການປົກຄອງເມືອງທີ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນທຳການຜະລິດເປັນສິນຄ້າ, ສ້າງໃຫ້ຄອບຄົວມີຢູ່ມີກິນ ກ້າວໄປເຖິງຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ອັນເຮັດໃຫ້ຜູ້ກ່ຽວມີຄວາມເຂົ້າໃຈແຈ້ງວ່າການເຮັດໄຮ່ແບບເລື່ອນລອຍແມ່ນບໍ່ມີ ຄວາມກ້າວໜ້າ, ທັງເປັນການທໍາລາຍປ່າ. ສະນັ້ນ, ຄອບຄົວຂອງ ທ້າວ ໜອກຖໍ ກອມໄທ ຈຶ່ງໄດ້ຢຸດເຊົາຖາງປ່າເພື່ອເຮັດໄຮ່ປູກເຂົ້າ, ຫັນມາປູກແຂມທົດແທນ ໂດຍເລີ່ມປູກແຕ່ປີ 2014 ເປັນຕົ້ນມາ.

ທ້າວ ໜອກຖໍ ກອມໄທ ອາຍຸ 38 ປີ ປັດຈຸບັນຢູ່ບ້ານກິ່ວເປາະ ເມືອງໄຊສະຖານ ແຂວງໄຊຍະບູລີ; ມີສະມາຊິກທັງໝົດ 5 ຄົນ ຍິງ 2 ຄົນ, ມີແຮງງານຕົ້ນຕໍ 2 ຄົນ ຍິງ 1 ຄົນ ເຊິ່ງໃນເມື່ອກ່ອນຄອບຄົວແມ່ນຖືເອົາການເຮັດໄຮ່ປູກເຂົ້າເປັນອາຊີບຕົ້ນຕໍ ໂດຍແຕ່ລະປີແມ່ນໄດ້ເຄື່ອນຍ້າຍບ່ອນປູກເຂົ້າໄປບ່ອນໃໝ່ຕະຫຼອດ ເຊິ່ງແຕ່ລະປີໄດ້ຖາງປ່າປະມານ 1 ຫາ 2 ເຮັກຕາ ເພື່ອປູກເຂົ້າກິນ, ບາງປີດິນຟ້າອາກາດບໍ່ອຳນວຍ ແລະ ຖືກສັດຕູພືດທຳລາຍ, ຜົນຜະລິດກໍໄດ້ໜ້ອຍ, ເຮັດໃຫ້ເຂົ້າບໍ່ກຸ້ມກິນ, ຊີວິດການເປັນຢູ່ຝືດເຄືອງ ແລະ ທຸກຍາກຂາດເຂີນ.

ຈາກນັ້ນ, ໄດ້ຫັນມາປູກແຂມເພື່ອປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານ ໃນການຫຼຸດຜ່ອນການຖາງປ່າງເຮັດໄຮ່ແບບເລື່ອນລ່ອຍ, ທໍາອິດແມ່ນໄດ້ບົວລະບັດຮັກສາຕົ້ນແຂມທີ່ມີຕາມທຳມະຊາດໃນສວນ, ຕໍ່ມາກໍໄດ້ນໍາເອົາມາແຕ່ບ່ອນອື່ນເພື່ອປູກເພີ່ມອີກ ແລະ ໄດ້ຮັບຄຳແນະນຳວິທີການຕ່າງໆຈາກຄະນະຮັບຜິດຊອບລົງຮາກຖານຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ໃນເບື້ອງຕົ້ນປູກປະມານ 2 ເຮັກຕາ, ເຫັນວ່າໄດ້ຜົນຜະລິດດີຈຶ່ງໄດ້ຂະຫຍາຍເນື້ອທີ່ປູກຕື່ມ, ປັດຈຸບັນມີເນື້ອທີ່ປູກແຂມ 3 ເຮັກຕາ, ຜົນຜະລິດໄດ້ 3 ໂຕນກວ່າ, ຂາຍໃນລາຄາ 8 ລ້ານກີບຕໍ່ໂຕນ ໂດຍມີບໍລິສັດມາເກັບຊື້.

ນອກນີ້ຍັງໄດ້ເຮັດສວນປູກໝາກເດືອຍອີກ 1 ເຮັກຕາ ແລະ ລ້ຽງສັດ   ໃຫຍ່ປະເພດງົວ – ຄວາຍອີກຈໍານວນໜຶ່ງ, ປັດຈຸບັນຄອບຄົວຂອງ ທ້າວ ໜອກຖໍ ສາມາດສ້າງລາຍຮັບຈາກການຂາຍແຂມ, ໝາກເດືອຍ ແລະ ສັດໄດ້ 40 ລ້ານກີບ. ໃນນັ້ນ, ໄດ້ຈາກການຂາຍແຂມປະມານ 25 ລ້ານກີບ, ສະເລ່ຍໃສ່ຫົວຄົນໄດ້ 8 ລ້ານກີບຕໍ່ຄົນຕໍ່ປີ ເຊິ່ງເຮັດໃຫ້ຄອບຄົວມີອາຊີບ ແລະ ລາຍຮັບທີ່ໝັ້ນທ່ຽງ, ມີເຮືອນຢູ່ຖາວອນ, ມີເຄື່ອງໃຊ້ທີ່ຈຳເປັນໃນຄອບຄົວ, ມີພາຫະນະຮັບໃຊ້ໃນການໄປ – ມາຢ່າງສະດວກ ແລະ ໄດ້ກາຍເປັນຄອບຄົວຕົວແບບໃນການຢຸດຕິຖາງປ່າເຮັດໄຮ່ປູກເຂົ້າມາປູກພືດເປັນສິນຄ້າທົດແທນ.

ທ້າວ ໜອກຖໍ ຍັງໄດ້ກ່າວຕື່ມອີກວ່າ: ໃນຕໍ່ໜ້ານີ້ຈະສືບຕໍ່ຂະຫຍາຍເນື້ອທີ່ປູກແຂມໃຫ້ໄດ້ 4 ເຮັກຕາ, ໝາກເດືອຍໃຫ້ໄດ້ 2 ຫາ 3 ເຮັກຕາ, ເອົາໃຈໃສ່ລ້ຽງສັດໃຫຍ່ເພີ່ມຕື່ມ ເພື່ອເຮັດໃຫ້ລາຍຮັບລວມຂອງຄອບຄົວສະເລ່ຍຕໍ່ປີໃຫ້ໄດ້ 60 ລ້ານກີບຂຶ້ນໄປ.

( ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ )