ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ ຄົນໃໝ່

242

ໃນມື້ນີ້ເອງກໍ່ຄືວັນທີ 11 ກຸມພາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ໄດ້ມີພິທີປະກາດການຈັດຕັ້ງ ໂດຍແມ່ນທ່ານ ປະເດີມພອນ ສົນທະນີ ອາດີດອຳນວຍການຫ້ອງການກອງທືນປະກັນສັງຄົມແຫ່ງຊາດ ເປັນຮອງ ລັດຖະມົນຕີ ກະຊວງ ຮສສ ຄົນໃໝ່, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຄະນະນຳ ແລະ ພະນັກງານພາຍໃນກະຊວງເຂົ້າຮ່ວມ.

ໃນການປະກາດການຈັດຕັ້ງໃນຄັ້ງນີ້, ແມ່ນອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອີງຕາມກົດໝາຍວ່າດ້ວຍ ລັດຖະບານແຫ່ງ ສປປ ລາວ ແລະ ອີງຕາມການຕົກລົງເຫັນດີ ໃນກອງປະຊຸມຄະນະເລຂາທິການສູນກາງພັກ.

ໃນໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ໄດ້ໃຫ້ກຽດມີຄຳເຫັນ ແລະ ໂອ້ລົມ ຕໍ່ພິທີດັ່ງກ່າວວ່າ: ເນື້ອແທ້ຂອງການປະກາດການຈັດຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆ, ແຕ່ງຕັ້ງຕຳແໜ່ງຮອງລັດຖະມົນຕີ ກະຊວງ ຮສສ ແມ່ນການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບ ວຽກງານຂອງພັກ-ລັດຖະບານ ໂດຍສະເພາະ ຂອງຄະນະພັກ ແລະ ຄະນະນຳກະຊວງ ໂດຍໃຫ້ຮອງລັດຖະມົນຕີຄົນໃໝ່ ຮ່ວມກັບໝູ່ຄະນະ ໃນການຊີ້ນຳ-ນຳພາ, ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ ເປັນຕົ້ນຄວາມຮັບຜິດຊອບ ຕໍ່ວຽກງານຄຸ້ມຄອງມະຫາພາກ ດ້ານແຮງງານ ແລະ ສະຫວັດດີການສັງຄົມໃນຂອບເຂດທົ່ວປະເທດ.

ພ້ອມກັນນີ້, ລັດຖະມົນຕີຍັງຮຽກຮ້ອງໃຫ້ ຮອງ ລັດຖະມົນຕີຄົນໃໝ່ ໃຫ້ເອົາໃຈໃສ່ ຊີ້ນຳ-ນຳພາ-ຄຸ້ມຄອງ ຍຸດທະສາດຂອງພັກ ແລະ ລັດ, ເປັນຜູ້ທີ່ມີຄວາມຮັບຜິດຊອບໂດຍກົງ ໃຫ້ມີຜົນສຳເລັດເປັນຢ່າງດີ ແລະ ຊີ້ນຳ-ນຳພາພະນັກງານ ພ້ອມກັນແກ້ໄຂຂໍ້ຂາດຕົກບົກຜ່ອງທັງໝົດໃນການນຳພາ- ຊີ້ນຳ, ຄຸ້ມຄອງ-ບໍລິຫານ, ວຽກງານຄຸ້ທຄອງມະຫາພາກດ້ານແຮງງານ ແລະ ສະຫວັດດີການສັງຄົມເປັນຕົ້ນ ວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານ, ວຽກງານປະກັນສັງຄົມ, ວຽກງານສັງຄົມສົງເຄາະ, ວຽກງານນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ວຽກງານກາແດງ ແລະ ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນ ສປປ ລາວ ໃຫ້ປະສົບຜົນສຳເລັດ.

ທີ່ມາ: ຂ່າວສານຮສສ ເພັດສະໄໝ