ລອງເລີຍ! ລ້ຽງປາດ້ວຍເຟືອງເຂົ້າ ຊ່ວຍປະຢັດຕົ້ນທຶນໄດ້ຫຼາຍ ແຖມບໍ່ເປືອງແຮງ

395

ການລ້ຽງປາດ້ວຍເຟືອງເຂົ້າ ເປັນສິ່ງທີ່ເຮັດໄດ້ແທ້ ເຊິ່ງມີຊາວກະສິກອນທ່ານໜຶ່ງຊື່ ມົງຄົນ ທະວີສິນ (ປະເທດໄທ) ເປັນຜູ້ຄົ້ນພົບວິທີການດັ່ງກ່າວ ທີ່ໃຫ້ປະໂຫຍດໃນການຫຼຸດຕົ້ນທຶນໄດ້ຈໍານວນຫຼາຍ.

ທ່ານມົງຄົນ ກ່າວວ່າ: ການລ້ຽງປາກ່ອນໜ້ານີ້ກໍ່ລ້ຽງແບບປົກກະຕິທົ່ວໄປແບບທີ່ຄົນອື່ນລ້ຽງ ກໍ່ຄືໃຫ້ອາຫານສໍາເລັດຮູບ ແຕ່ກໍ່ສູ້ລາຄາທີ່ແພງຫຼາຍບໍ່ໄຫວ ຈຶ່ງຕັ້ງຈະຈະລົ້ມເລີກກິດຈະການ ໂດຍການນໍາເຟືອງເຂົ້າມາຖົມໜອງ ເພື່ອຈະຍົກເລີກກິດຈະການແບບຖາວອນ, ແຕ່ແລ້ວການນໍາເຟືອງເຂົ້າມາຖົມໜອງປາກັບໄດ້ຜົນດີແບບບໍ່ໜ້າເຊື່ອ ເນື່ອງຈາກປາທີ່ລ້ຽງໄວ້ນັ້ນ ກິນເຟືອງເປັນອາຫານ ເຮັດໃຫ້ເຟືອງເຂົ້າໃນໜອງຫາຍກ້ຽງໝົດໄປໃນເວລາບໍ່ເທົ່າໃດເດືອນເທົ່ານັ້ນ ແລະ ທີ່ສໍາຄັນບໍ່ຕ້ອງບໍາບັດນໍ້າເນື່ອງຈາກນໍ້າໃນໜອງບໍ່ເນົ່າເສຍຄືກັບຕອນທີ່ໃຫ້ອາຫານເມັດສໍາເລັດຮູບ.

ປາທີ່ກິນເຟືອງເຂົ້າເປັນອາຫານເອງກໍ່ມີສະພາບສົມບູນດີ, ໂຕອ້ວນໃຫຍ່, ໄດ້ນໍ້າໜັກຕາມເກນການສົ່ງຂາຍໃຫ້ຕະຫຼາດ, ດັ່ງນັ້ນ ຈຶ່ງລິເລີ່ມເຮັດການໃຊ້ເຟືອງເຂົ້າລ້ຽງປານັບແຕ່ນັ້ນເປັນຕົ້ນມາ; ຫຼັງຈາກນັ້ນກໍ່ເລີ່ມການທົດລອງ ດ້ວຍການເລີ່ມເອົາລູກປານິນ ປາສະຫວາຍ, ປາສະລິດ, ປາດຸກອຸຍ ປ່ອຍລົງໃນໜອງ ຈາກນັ້ນໃຊ້ກອງເຟືອງເຂົ້າ ສຸມລົງໃນໜອງແລ້ວປ່ອຍຖິ້ມໄວ້ປະມານ 1ປີ ແລ້ວຈຶ່ງຈັບປາເພື່ອຈໍາໜ່າຍໃຫ້ຕະຫຼາດ ເຊິ່ງຜົນປາກົດວ່າປາທຸກຊະນິດໄດ້ຂະໜາມຕາມທີ່ຕະຫຼາດຕ້ອງການ.

ສ່ວນຂັ້ນຕອນການລ້ຽງປາດ້ວຍເຟືອງເຂົ້າມີດັ່ງນີ້: ເຮັດການຂຸດຈົກໜອງ ຫຼື ໃຊ້ໜອງເກົ່າກໍ່ໄດ້ ໂດຍຂະໜາດໜອງແລ້ວແຕ່ຕ້ອງການ ຫຼື ບໍ່ຫຼຸດ 1ໄລ່, ຫຼັງຈາກນັ້ນປ່ອຍນໍ້າລົງໜອງ ໃນລະຫວ່າງນັ້ນໃຫ້ຫາຂີ້ງົວຂີ້ຄວາຍ ມາໃສ່ໃນໜອງ ເປັນເຄັດລັບສໍາລັບເພາະລູກໄຮເພື່ອເປັນອາຫານປາອີກທາງໜຶ່ງ, ຕໍ່ມາກໍ່ປ່ອຍພັນລູກປາຈໍານວນ 10.000ໂຕ ຕໍ່ຂະໜາດໜອງ 1ໄລ່.

ການນໍາເຟືອງເຂົ້າໃຫ້ປາເພື່ອເປັນອາຫານ ຕ້ອງກອງເຟືອງເຂົ້າໄວ້ແຄມໜອງໂດຍບໍ່ໃຫ້ສ່ວນໜຶ່ງຈົມລົງໄປໃນນໍ້າອີກສ່ວນໜຶ່ງຢູ່ຂອບໜອງ ແລະ ທິດທາງການວາງຄວນວາງໄວ້ໃຕ້ລົມ ເພາະເມື່ອລົມພັດເຟືອງຈະບໍ່ກະຈາຍທົ່ວໜອງ; ເມື່ອມັນເລີ່ມຍຸບໂຕຈົມນໍ້າໄປກໍ່ໃຊ້ໄມ້ດັນສ່ວນທີ່ຢູ່ຂອບໜອງໃຫ້ຈົມນໍ້າຕາມໄປ, ໃຊ້ເວລາບໍ່ດົນມັນກໍ່ຈະເລີ່ມຍ່ອຍສະຫຼາຍ ແລະ ເນົ່າເປື່ອຍ ປາກໍ່ຈະເລີ່ມມາກັດເລັມກິນ. ຫຼັງຈາກເວລາຜ່ານໄປ 1ປີ ເຟືອງເຂົ້າກໍ່ຈະຍ່ອຍສະຫຼາຍໝົດ ພ້ອມສາມາດຈັບປາຂຶ້ນມາຈໍາໜ່າຍໄດ້.