ອັງກິດມີແຜນສ້າງເຂດປອດພາສີ10ແຫ່ງທົ່ວປະເທດ

88
The Port of Dover is a cross-channel port connecting the United Kingdom and France and one of the world's busiest passenger ports.

ອັງກິດປະກາດແຜນສ້າງຕັ້ງເຂດປອດພາສີສູງສຸດ10ແຫ່ງທົ່ວປະເທດໂດຍເປັນໜຶ່ງໃນນະໂຍບາຍພັດທະນາເສດຖະກິດພາຍຫຼັງອອກຈາກອີຢູ.

 

ຄະນະລັດຖະມົນຕີອັງກິດໃຫ້ຮູ້ວ່າ:ສິນຄ້າທີ່ຖືກສົ່ງເຂົ້າທ່າປອດພາສີຈະບໍ່ຕ້ອງຜ່ານຂະບວນການສ່ວຍສາອາກອນຈົນກວ່າຈະເຂົ້າສູ່ຕະຫຼາດພາຍໃນປະເທດ ແລະ ຈະບໍ່ຖືກເກັບພາສີຫາກມີການສົ່ງຕໍ່ໄປະເທດອື່ນ.ສ່ວນວັດຖຸດິບທີ່ຖືກນໍາມາແປຮູບໃນເຂດເຫຼົ່ານີ້ກໍຈະຖືກເກັບພາສີຈາກຜະລິດຕະພັນຂັ້ນສຸດທ້າຍພຽງຄັ້ງດຽວເທົ່ານັ້ນ.

ລັດຖະບານອັງກິດຕັ້ງເປົ້າວ່າທ່າເຫຼົ່ານີ້ຈະດຶງດູດທຸລະກິດໃໝ່ໆ,ຂະຫຍາຍການຈ້າງວຽກ,ການລົງທຶນ ແລະ ໂອກາດ.

ທັງນີ້,ລັດຖະບານອັງກິດໄດ້ກໍານົດໄລຍະເວລາປຶກສາຫາລື10ອາທິດກ່ອນຈະເປີດຮັບຂໍ້ສະເໜີຊື່ທ່າເຮືອ ແລະ ສະໜາມບິນຕ່າງເຂົ້າສູ່ການພິຈາລະນາເພື່ອກໍານົດສະຖານະເປັນເຂດປອດພາສີໂດຍຈະປະກາດລາຍຊື່ສະຖານທີ່ທີ່ໄດ້ຮັບເລືອກໃນທ້າຍປີ2020.