ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

144

ອາທິດຜ່ານມາ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມກັບພໍ່ແມ່ປະຊາຊົນໃນ 2 ບ້ານ ຄື: ບ້ານສະວຶ ແລະ ບ້ານຕະຫຼິງ ເຊິ່ງເປັນບ້ານທີ່ຢູ່ຫ່າງໄກສອກຫຼີກທີ່ສຸດຂອງເມືອງນອງ ແຂວງສະຫວັນນະເຂດ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ມາຮອດປັດຈຸບັນເຂດດັ່ງກ່າວກໍໄດ້ມີການພັດທະນາດີຂຶ້ນຖ້າທຽບໃສ່ເມື່ອກ່ອນ, ມີເນື້ອທີ່ກວ້າງຂວາງ, ມີເງື່ອນໄຂໃນການປູກພືດ, ການລ້ຽງສັດ. ສະນັ້ນ, ພໍ່ແມ່ປະຊາຊົນຕ້ອງເພີ່ມທະວີຄວາມດຸໝັ່ນໃນການຜະລິດດ້ວຍການປູກຝັງ, ທັງປູກໄມ້ໃຫ້ໝາກ, ໄມ້ອຸດສາຫະກຳ ທີ່ມີຄວາມເໝາະສົມ ແລະ ສົ່ງເສີມການລ້ຽງສັດປະເພດຕ່າງໆ ເພື່ອເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ລູກຫຼານໄດ້ເຂົ້າໂຮງຮຽນ, ພ້ອມກັນຮັກສາສຸຂະພາບ, ດຳລົງຊີວິດຖືກສຸຂະນາໄມ, ປະຕິບັດຫຼັກການ 3 ສະອາດ ເພື່ອປ້ອງກັນການເກີດພະຍາດຕ່າງໆ, ພ້ອມກັນປົກປັກຮັກສາປ່າໄມ້, ຮັກສາແຫຼ່ງນໍ້າ ແລະ ສິ່ງແວດລ້ອມ, ສ້າງຄວາມສົມບູນພູນສຸກແກ່ຄອບຄົວ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງທັງຂັ້ນແຂວງ, ຂັ້ນເມືອງ ພ້ອມກັນຄົ້ນຄວ້າແກ້ໄຂບັນຫາທີ່ຍັງຫຍຸ້ງຍາກ ໂດຍສະເພາະບັນຫາແຫຼ່ງນໍ້າ, ບັນຫາເລື່ອງສຸຂະນາໄມ ແລະ ອື່ນໆ.

ໃນໂອກາດທີ່ລົງຢ້ຽມຢາມທ່ານເຈົ້າແຂວງ ແລະ ຄະນະຍັງໄດ້ໄປເບິ່ງຄວາມອຸດົມສົມບູນທາງທຳມະຊາດ ແລະ ໄດ້ເບິ່ງສູນບໍລິການເຕັກນິກກະສິກຳທີ່ຈຸດສຸມ ຕັງອາໄລ – ລະແບງ ທີ່ພາກລັດ ແລະ ນັກທຸລະກິດເອກະຊົນລົງທຶນ ເພື່ອພັດທະນາສ້າງເງື່ອນໄຂໃຫ້ເມືອງນອງ ເປັນເມືອງພົ້ນທຸກ ເຊິ່ງປັດຈຸບັນກຳລັງມີການບຸກເບີກເນື້ອທີ່ສວນປູກມັນຕົ້ນ ໂດຍການລົງທຶນຂອງລັດເກືອບ 300 ລ້ານກີບ, ໃນເນື້ອທີ່ 80 ເຮັກຕາ ເຊິ່ງຈະໄດ້ແບ່ງໃຫ້ຄອບຄົວປະຊາຊົນເປັນຜູ້ປູກຄອບຄົວລະ ປະມານ 1 ເຮັກຕາ, ມີການປັກຊຳເບ້ຍແຂມ, ກ້າເບ້ຍຫວາຍ, ກ້ວຍ ເຊິ່ງແມ່ນການປະກອບສ່ວນຂອງຜູ້ປະກອບການທຸລະກິດພາຍໃນແຂວງ. ໃນນັ້ນ, ກໍມີ ທ່ານ ເກຍ ອູ໋ສິດທິເດດ ເປັນຜູ້ສົ່ງເສີມ.