ປະທານປະເທດແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

180

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 9-10 ກຸມພາ 2020.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ, ໃນວັນທີ 9 ກຸມພາ 2020 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທີ່ພະລາດຊະວັງ. ຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ມີການພົບປະລະຫວ່າງສອງປະມຸກລັດ ລາວ-ກຳປູເຈຍ.

ໃນໂອກາດພົບປະຄັ້ງນີ້, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນດ້ວຍນ້ຳໃຈໄມຕີຈິດມິດຕະພາບອັນປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ ພະບາດ ສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ເປັນຄັ້ງທີ 2 ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ.

ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສົມເດັດ ພະມານດາ ຂອງ ພະມະຫາກະສັດ ແຫ່ງຣາຊະອານາຈັກ ກໍາປູເຈຍ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ກຳປູເຈຍ ແລະ ມີຄວາມເຂົ້າອົກເຂົ້າໃຈກັນສູງຕໍ່ການພົວພັນສອງຝ່າຍບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສອງຝ່າຍ ຍັງໄດ້ເນັ້ນຢໍ້າຄວາມສຳຄັນໃນການຍົກລະດັບສາຍພົວພັນ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂື້ນອີກໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແຜ່ລະບາດຂອງພະຍາດຕິດຕໍ່ ແລະ ອື່ນໆ.

ສຳລັບວຽກງານຊາຍແດນ ສອງຝ່າຍໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງສອງປະເທດຮ່ວມກັນປືກສາຫາລື ກັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມການຕົກລົງ ຂອງສອງນາຍົກລັດຖະມົນຕີ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ແລະ ສືບຕໍ່ຮັກສາມູນເຊື້ອສາຍສຳພັນລະດັບສູງສຸດ ແລະ ສ້າງສັນ ລະຫວ່າງ ສອງປະເທດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ການພົບປະຄັ້ງນີ້ໄດ້ເປັນພື້ນຖານອັນໜັກແໜ້ນ ຕໍ່ການເພີ່ມທະວີສາຍພົວພັນຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ. ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ເຊື້ອເຊີນ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ລະຫວ່າງ ສອງປະເທດໃນໄລຍະໃໝ່ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ, ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາອະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ.

ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມຄະນະ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສົມເດັດ ອັກຄະມະຫາ ໂປເຢີຍ ຈັກກຣີ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການໂດຍຫຍໍ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມືທີ່ມີຜົນສຳເລັດ ໃນໄລຍະຜ່ານມາ ໂດຍສະເພາະພາຍຫຼັງ ການຍົກລະດັບສາຍ ພົວພັນເປັນຄູ່ຮ່ວມມືຢຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ແລະ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການຢູ່ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

ໃນຕອນຄໍ່າຂອງວັນດຽວກັນ, ທີ່ພະລາດຊະວັງ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າເພື່ອເປັນກຽດແກ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ທີ່ມາ: ກະຊວງການຕ່າງປະເທດ