ກະຊວງການເງິນ ດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ IV

190

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງການເງິນ ຄັ້ງທີ IV ໄຂຂຶ້ນໃນທ່າມກາງທີ່ບັນຍາກາດທົ່ວພັກ, ສະມາຊິກຊາວໜຸ່ມທົ່ວກະຊວງພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ III, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງການເງິນ ຄັ້ງທີ III, ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ກໍຄືແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII. ພ້ອມດຽວກັນນີ້, ຍັງເປັນການສ້າງຜົນງານຄຳນັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ, ຄຽງຄູ່ກັບການສ້າງຂະບວນການຮັກຊາດ ແລະ ພັດທະນາບົນພື້ນຖານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ.

ໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງການເງິນ ຄັ້ງທີ IV ໄດ້ພ້ອມກັນສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນ – ຂໍ້ຄົງຄ້າງບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານຊາວໜຸ່ມກະຊວງການເງິນໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໃຫ້ກຽດໂອ້ລົມຂອງ ສະຫາຍ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອນໍາໄປຈັດຕັ້ງປະຕິບັດເປັນກໍາລັງແຮງປະກອບສ່ວນຈັດຕັ້ງປະຕິບັດວຽກງານການເງິນໃນຊຸມປີຕໍ່ໜ້າ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ພັດທະນາການເງິນແຫ່ງລັດ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ – ນຳພາການຈັດຕັ້ງປະຕິບັດແຜນວຽກຂອງຊາວໜຸ່ມກະຊວງການເງິນ ຕາມແຜນການທີ່ກຳນົດໄວ້ ແລະ ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຕື່ມອີກ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 5 ກຸມພາ 2020 ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີສະຫາຍ ພູເຂົາຄຳ ວັນນະວົງໄຊ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ພ້ອມດ້ວຍສະຫະພັນກຳມະບານກະຊວງການເງິນ, ສະຫະພັນແມ່ຍິງກະຊວງການເງິນ, ເລຂາຊາວໜຸ່ມບັນດາກົມອ້ອມຂ້າງກະຊວງ, ວິສາຫະກິດທີ່ຂຶ້ນກັບ ແລະ ແຂກຖືກເຊີນເຂົ້າຮ່ວມ.