ປ່ຽນຄໍາວ່າບໍ່ມີປະສົບການໃຫ້ເປັນໂອກາດໃນການສະໝັກວຽກ

112

ໃນປັດຈຸບັນການປະກາດຮັບສະໝັກວຽກບາງອົງກອນ ນອກຈາກສາຍທີ່ຮຽນມາແລ້ວອາດລະບຸວ່າຕ້ອງມີປະສົບການເທົ່ານັ້ນ – ເທົ່ານີ້ປີມາກ່ອນ ເລີຍເປັນຄໍາຖາມວ່າສໍາລັບນ້ອງໆທີ່ຈົບມາໃໝ່ຈະເອົາປະສົບການທີ່ກໍານົດນັ້ນມາແຕ່ໃສ? ເພື່ອຈະໄດ້ເຮັດວຽກ ຕໍ່ໂຈດດັ່ງກ່າວບົດ ຄວາມນີ້ອາດຈະສາມາດຕອບຄໍາຖາມ ແລະ ຂໍ້ສົງໄສຂອງຫຼາຍຄົນໄດ້.

ທ່ານ ເກດແກ້ວ ພັນທະນີວົງ ຮອງຄະນະບໍດີ ຄະນະອັກສອນສາດ ໃຫ້ທັດສະນະຕໍ່ນັກຮຽນ – ນັກສຶກສາຜູ້ທີ່ຈົບແລ້ວ ແລະ ຜູ້ທີ່ກຳລັງຮຽນຢູ່ປັດຈຸບັນນີ້ໃນການຊອກວຽກເຮັດງານທຳ ວ່າ: ຕອນທີ່ກຳລັງສຶກສາຮ່ຳຮຽນຢູ່ສາຂາວິຊາສະເພາະໃດໜຶ່ງ ຕ້ອງຮຽນຫຼາຍສາຂາເພີ່ມຕື່ມ ໂດຍສະເພາະແມ່ນພາສາອັງກິດ ແລະ ພາສາຈີນ. ສະນັ້ນ, ນັກສຶກສາຕ້ອງໄດ້ຊອກຮຽນຮູ້ໃຫ້ຫຼາຍຂຶ້ນ ເພື່ອໃຫ້ງ່າຍຕໍ່ການໄປຊອກວຽກເຮັດງານທຳເມື່ອຮຽນຈົບ, ພ້ອມທັງເບິ່ງຄວາມສາມາດຂອງຕົນເອງເປັນຫຼັກ ເພາະວ່ານັກຮຽນສ່ວນຫຼາຍຈະນິຍົມນຳກະແສສັງຄົມຫຼາຍ ບໍ່ເບິ່ງຄວາມສາມາດຕົນເອງທັງທີ່ຕົນເອງບໍ່ມັກ ບໍ່ມີຄວາມສາມາດ ແຕ່ເຫັນໝູ່ຮຽນຫຼາຍພັດຕັດສິນໃຈໄປຕາມກະແສຊື່ໆ ເວລາຮຽນຈົບມາເຮັດໃຫ້ນັກສຶກສາວ່າງວຽກຫຼາຍ ແລະ ອີກຢ່າງນັກຮຽນທີ່ຈົບອອກໄປ ສ່ວນຫຼາຍແມ່ນຄອງຖ້າເຂົ້າເຮັດວຽກນຳລັດຢ່າງດຽວບໍ່ສະແຫວງຫາວຽກອື່ນໆ ເຊິ່ງທຸກມື້ນີ້ຢາກໃຫ້ທຸກຄົນຄິດວ່າການເຮັດວຽກບໍ່ສະເພາະແຕ່ເຮັດນຳພາກລັດ ທຸກຄົນສາມາດເຮັດວຽກນຳບໍລິສັດ, ຫ້າງຮ້ານພາກເອກະຊົນຫຼາຍໆແຫ່ງທີ່ມີຄວາມຕ້ອງການແຮງງານຫຼາຍ ເຮັດຢູ່ໃສກໍດີຄືກັນຖ້າເຮົາມັກ ແລະ ຖະນັດ, ເພາະວ່າເຮັດວຽກຢູ່ໃສກໍຕາມກໍແມ່ນການຮັບໃຊ້ຊາດອັນດຽວກັນ ແລະ ນັກຮຽນຕ້ອງຮູ້ສິນທຳປະຕິບັດ ດຸໝັ່ນອອກເຫື່ອເທແຮງ, ສະແຫວງຫາຄວາມຮູ້ຢູ່ຕະຫຼອດ ເພາະບາງໜ້າວຽກສິ່ງທີ່ເຮົາຮຽນມາອາດຈະບໍ່ໄດ້ໃຊ້ກໍມີ ຈຶ່ງຕ້ອງໄດ້ຮຽນຮູ້ສິ່ງໃໝ່ຢູ່ຕະຫຼອດ.

ທ່ານກ່່າວຢໍ້າວ່າ: ປັດຈຸບັນນີ້ ກະຊວງສຶກສາທິການ ແລະ ກີລາ ໄດ້ເນັ້ນໃຫ້ນັກຮຽນໄປສາຍວິຊາຊີບຫຼາຍກວ່າ ແຕ່ວ່ານັກສຶກສາສ່ວນຫຼາຍພັດບໍ່ຢາກໄປຮຽນສາຍວິຊາຊີບ ຢາກຮຽນແຕ່ສາຍການເງິນ, ການບໍລິຫານ ແລະ ສາຍອື່ນໆ ລະດັບປະລິນຍາຕີ ທີ່ຮຽນຈົບມາໄດ້ນັ່ງເຮັດວຽກຢູ່ຫ້ອງການ, ຕໍ່ກັບບັນຫາດັ່ງກ່າວ ມຊ ໄດ້ພັດທະນາຫຼາຍຫຼັກສູດ ແລະ ປັບປຸງຫຼັກສູດເກົ່າເນັ້ນໃສ່ພາກປະຕິບັດຕົວຈິງຫຼາຍຂຶ້ນ.

ທ່ານ ບຸນທ່ຽງ ລັດຕະວົງ ອໍານວຍການ ບໍລິສັດ ໄອຈ໋ອບ ໄດ້ກ່າວວ່າ: ຊາວໜຸ່ມນັກສຶກສາທີ່ຈົບໃໝ່ທຸກຄົນເມື່ອໄປສະໝັກວຽກມັກຈະປະເຊີນກັບຄຳຖາມທີ່ກ່າວມາຂ້າງເທິງ, ບາງອົງກອນອາດບໍ່ຕ້ອງການນັກຮຽນ – ນັກສຶກສາທີ່ຈົບມາໃໝ່ກໍມີ, ບາງອົງກອນໃຫຍ່ໆເຂົາຈະເບິ່ງວ່າການສ້າງຄົນຮຸ່ນໃໝ່ແມ່ນມີຄວາມສຳຄັນ ໝາຍຄວາມວ່າຜູ້ທີ່ມີປະສົບການມາເຂົາບໍ່ຢາກໄດ້ກໍມີ ແລະ ເຂົາອາດຢາກສ້າງຜູ້ທີ່ຈົບໃໝ່ ທີ່ເຂົາເອີ້ນວ່າສະໝອງຍັງໂລ່ງຍັງບໍ່ທັນມີໃຜອັດວັດທະນະທຳຂອງອົງກອນໃດເຂົ້າໄປ ຂໍ້ນີ້ມີຫຼາຍອົງກອນຕ້ອງການ. ສະນັ້ນ, ທຸກຄົນຕ້ອງມີວິໄສທັດວ່າຍັງມີອົງກອນທີ່ເຂົາຕ້ອງການຜູ້ທີ່ຮຽນຈົບໃໝ່.

ຢ້ອນກັບມາທີ່ຕົວນັກສຶກສາທີ່ຈົບໃໝ່ວ່າ ຕົນເອງໄດ້ສ້າງຄຸນຄ່າ ແລະ ຕອບສະໜອງຕາມຄວາມຕ້ອງການຂອງອົງກອນໃດໜຶ່ງໄດ້ຄືແນວໃດ? ເຮົາຕ້ອງສ້າງຈຸດຂາຍຂອງເຮົາກ່ອນ ເປັນຕົ້ນແມ່ນຄວາມສູ້ວຽກສູ້ງານ, ຄຸນສົມບັດທີ່ອົງກອນເຫຼົ່ານັ້ນຢາກໄດ້ ການຊອກຮູ້ຮ່ຳຮຽນພຽງແຕ່ທັກສະດຽວ ໃນປັດຈຸບັນນີ້ອາດຈະບໍ່ພໍ ເຊັ່ນ: ເຮົາຮຽນສາຂາບໍລິຫານທຸລະກິດ ເຮົາກໍຕ້ອງໄປຮຽນເສີມການອອກແບບ, ການຖ່າຍຮູບ, ການຕະຫຼາດ, ການຕະຫຼາດແບບອອນລາຍ, ການບໍລິການ ແລະ ອື່ນໆ ເຊິ່ງສິ່ງເຫຼົ່ານີ້ກໍເປັນການເສີມທັກສະ ເພາະວ່າອົງກອນເຂົາເບິ່ງວ່າເຈົ້າມັກພັດທະນາຕົນເອງ ເຂົາກໍຕີລາຄາວ່າເຈົ້າມີຄຸນຄ່າ ເຈົ້າມັກພັດທະນາ ແລະ ເຂົາອາດຈະເບິ່ງວ່າຈ້າງຜູ້ດຽວກໍສໍ່າກັບຈ້າງຫຼາຍຄົນ ອັນນີ້ແມ່ນກຸ້ມກວ່າ ເຂົາກໍຈະເລືອກເຮົາ.

ສະນັ້ນ, ຝາກເຖິງບັນດານ້ອງໆຕ້ອງສະແດງເຖິງຄວາມມີນ້ຳໃຈດຸໝັ່ນອົດທົນ, ເສຍສະຫຼະ ການໄປຊອກວຽກເສີມຍາມມີເວລາວ່າງກໍບໍ່ໃຫ້ກຽດຄ້ານ, ຢ່າຕິເງິນໜ້ອຍ ສິ່ງທີ່ເຮົາໄປເຮັດເຮົາໄດ້ທັງປະສົບການໄດ້ທັງເງິນ ເຊັ່ນ: ເປັນອາສາສະໝັກ, ຊ່ວຍວຽກຄົນອື່ນ, ເຮັດວຽກເສີມຕ່າງໆ ເຊິ່ງມັນເປັນຄຸນຄ່າທັງນັ້ນ.

ນາງ ວົງ ສີເກດພອນ ຈົບປະລິນຍາຕີ ສາຂາພາສາ ແລະ ວັດທະນະທຳລາວ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ສົກ 2018 – 2019 ກ່າວວ່າ: ການຊອກວຽກເຮັດງານທຳຫຼັງຮຽນຈົບສຳລັບນ້ອງແມ່ນພົບຄວາມຫຍຸ້ງຍາກຫຼາຍພໍສົມຄວນ ເນື່ອງຈາກວ່າທາງດ້ານເສດຖະກິດຄອບຄົວບໍ່ຄ່ອຍດີ, ອີກຢ່າງນ້ອງເອງກໍບໍ່ເຄີຍມີປະສົບການມາກ່ອນ ແລະ ບໍ່ມີຄວາມຮູ້ທາງດ້ານພາສາຕ່າງປະເທດ ເພາະວ່າໃນປັດຈຸບັນນີ້ຫຼາຍໆອົງກອນເຂົາເຈົ້າຈະເນັ້ນດ້ານປະສົບການ ແລະ ເກັ່ງດ້ານພາສາຕ່າງປະເທດ ແລະ ຈຶ່ງເປັນສາເຫດໃນການຊອກວຽກ ພ້ອມທັງນັກສຶກສາຈົບແຕ່ລະປີກໍມີຫຼາຍ ແລະ ກໍມີຫຼາຍຄົນທີ່ກຳລັງຊອກເຮັດວຽກແຕ່ສະຖານທີ່ການຮອງຮັບເຮັດວຽກຢູ່ໃນລາວມີຈຳນວນຈຳກັດ. ສະນັ້ນ, ຈຶ່ງພາໃຫ້ເກີດມີຄົນວ່າງວຽກເພີ່ມຂຶ້ນໃນແຕ່ລະປີ ຈຶ່ງເປັນບັນຫາຫຼາຍຕໍ່ກັບຜູ້ທີ່ຈົບການສຶກສາມາໃໝ່ຕ້ອງແລ່ນເຕັ້ນຊອກຫາວຽກໃນສະຖານທີ່ ແລະ ບໍລິສັດຕ່າງໆ ຍ້ອນແບບນີ້ຈຶ່ງເຮັດໃຫ້ຫຼາຍຄົນມີຄວາມຄິດທໍ້ຖອຍ.

 

[ ຂ່າວ: ແກ້ວ ]