ຊົມເຊີຍ!! 12 ບ້ານ ຢູ່ເມືອງສີສັດຕະນາກ ໄດ້ຮັບນາມມະຍົດເປັນບ້ານສາມັກຄີປອງດອງ

134

ແນວລາວສ້າງຊາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດພິທີມອບ-ຮັບໃບຢັ້ງຢືນບ້ານສາມັກຄີປອງດອງໃຫ້ 12 ບ້ານຄື: ບ້ານດອນນົກຂຸ້ມ, ບ້ານເພຍວັດ, ດົງປາລານທ່າ, ສ້າງເຫວີຍ, ຈອມເພັດໃຕ້, ໂຄກນິນ, ໂພໄຊ, ໂພນສະຫວ່າງ, ໄຊສະຖານ, ທົ່ງພານທອງ, ໂສກປ່າຫຼວງ ແລະ ບ້ານໂພນສະຫວັນເໜືອຂຶ້ນ ໃນວັນທີ 5 ກຸມພາ 2020 ຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນທ່ຽງ ຂຸນສີ ຄະນະປະຈໍາພັກ, ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ມີທ່ານ ໄມ ຄຳວົງ ຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ທ່ານ ວິໄລກອນ ສູນດາລາ ຄະນະປະຈຳພັກເມືອງ, ຫົວໜ້າຈັດຕັ້ງເມືອງສີສັດຕະນາກ, ພະນັກງານແນວລາວສ້າງຊາດເມືອງ ແລະ ອົງການປົກຄອງ 12 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ແກ້ວວົງສອນ ໄຜສຸພັນ ປະທານແນວລາວສ້າງຊາດ ບ້ານເພຍວັດ ຕາງໜ້າໃຫ້ອົງການປົກຄອງຂອງບັນດາບ້ານ ລາຍງານບົດສະຫຼຸບການຈັດຕັ້ງການສ້າງບ້ານສາມັກຄີປອງດອງ ໃນໄລຍະຜ່ານມາໂດຍສັງເຂບວ່າ: ປະຊາຊົນແຕ່ລະຄອບຄົວຂອງແຕ່ລະບ້ານມີອາຊີບເປັນພະນັກງານ, ລັດວິສາຫະກິດ, ຄ້າຂາຍ ແລະ ການບໍລິການອື່ນໆ; ແຕ່ລະຄອບຄົວໄດ້ເປັນຄອບຄົວພົ້ນທຸກ ແລະ ເປັນຄອບຄົວສາມັກຄີປອງດອງ ເທົ່າກັບ 96,05%; ປະຊາຊົນໄດ້ຮັກສາຂະນົບທໍານຽມ ແລະ ຮີດຄອງປະເພນີອັນດີງາມຂອງແຕ່ລະຊົນເຜົ່າທີ່ເຄີຍປະຕິບັດກັນມາ, ລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນຄົບຖ້ວນ.

ໃນໄລຍະຜ່ານມາອົງການຈັດຕັ້ງໄດ້ໂຄສະນາເຜີຍແຜ່ຄຳແນະນຳເລກທີ 033/ສນຊ ແລະ ເນື້ອໃນມາດຕະຖານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງສູນກາງແນວລາວສ້າງຊາດ ເຮັດໃຫ້ປະຊາຊົນສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວໄດ້ຢ່າງເລິກເຊິ່ງ. ພ້ອມກັນນີ້, ໄດ້ມອບໃບຢັ້ງຢືນບ້ານສາມັກຄີປອງດອງໃຫ້ທັງ 12 ບ້ານ.

ໂອກາດນີ້, ທ່ານ ບຸນທ່ຽງ ຂຸນສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແນວລາວສ້າງຊາດເມືອງ, ອົງການຈັດຕັ້ງຂອງບ້ານ ທີ່ໄດ້ຍົກສູງຄວາມຮັບຜິດຊອບ ເປັນເຈົ້າການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ ເຊິ່ງເຮັດໃຫ້ຈຳນວນ 12 ບ້ານຖືກຮັບຮອງເປັນບ້ານສາມັກຄີປອງດອງໃນຄັ້ງນີ້. ພ້ອມທັງເນັ້ນໃຫ້ອົງການຈັດຕັ້ງຂອງແຕ່ລະບ້ານ ທີ່ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້ ຈົ່ງເອົາໃສ່ສືບຕໍ່ຮັກສາມາດຕະຖານ ແລະ ນາມມະຍົດ ທີ່ໄດ້ຮັບໄວ້, ໃຫ້ກໍາແໜ້ນຄວາມໝາຍຄວາມສໍາຄັນຂອງຄວາມສາມັກຄີປອງດອງ, ສືບຕໍ່ຮັກສາຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ຊ່ວຍກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ຫວັງດີທີ່ສວຍໃຊ້ຊົນເຜົ່າ, ສາສະໜາ ເພື່ອແບ່ງແຍກຄວາມສາມັກຄີພາຍໃນ.

ທີ່ມາ: ກົມໂຄສະນາ-ອົບຮົມ ສນຊ