ຄວາມຮູ້ກ່ຽວກັບໜ້າກາກອະນາໄມ

121

ໜ້າກາກອະນາໄມຄືໜ້າກາກທີ່ໃຊ້ເພື່ອຊ່ວຍປ້ອງກັນລະບົບທາງເດີນຫາຍໃຈຈາກມົນລະພິດ, ສານພິດ ແລະ ເຊື້ອພະຍາດ ໃນຫຼາຍກໍລະນີແພດມັກແນະນໍາໃຫ້ໃຊ້ໜ້າກາກອະນາໄມ ເພື່ອປ້ອງກັນພະຍາດທີ່ກ່ຽວກັບລະບົບທາງເດີນຫາຍໃຈ ເນື່ອງຈາກເປັນວິທີການປ້ອງກັນການແຜ່ກະຈາຍຂອງເຊື້ອແບັກທີເຣຍ ຫຼື ເຊື້ອໄວຣັສຈາກຄົນສູ່ຄົນໄດ້ ຖ້າຮູ້ວິທີໃຊ້ທີ່ຖືກຕ້ອງກໍຈະຊ່ວຍປ້ອງກັນໄດ້ມີປະສິດທິພາບຫຼາຍຂຶ້ນ.

ປະເພດຂອງໜ້າກາກອະນາໄມ:

ໜ້າກາກອະນາໄມທີ່ວາງຂາຍທົ່ວໄປແບ່ງອອກເປັນ 2 ປະເພດໃຫຍ່ໆ ຕາມລັກສະນະຂອງໜ້າກາກ ແລະ ປະສິດທິພາບຂອງການຕອງອາກາດ ດັ່ງນີ້:

ໜ້າກາກອະນາໄມແບບທົ່ວໄປແມ່ນໃຊ້ໃນວົງການແພດເປັນສ່ວນໃຫຍ່ ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອພະຍາດຜ່ານການໄອ ຫຼື ຈາມ ແຕ່ຂໍ້ເສຍຂອງໜ້າກາກອະນາໄມຊະນິດນີ້ບໍລິເວນດ້ານລຸ່ມຂອງໜ້າກາກຈະບໍ່ສາມາດປ້ອງກັນການໄດ້ຮັບສານປົນເປື້ອນຈາກການສູບດົມໄດ້.

ສ່ວນໜ້າກາກອະນາໄມແບບ N95 ເປັນຊະນິດທີ່ຊ່ວຍປ້ອງກັນເຊື້ອພະຍາດທີ່ມີຂະໜາດນ້ອຍໆໄດ້ ໂດຍມີປະສິດທິພາບໃນການປ້ອງກັນຈະສູງກວ່າໜ້າກາກອະນາໄມແບບທົ່ວໄປ ເນື່ອງຈາກລັກສະນະຂອງໜ້າກາກຊະນິດນີ້ຈະຄອບໃນບໍລິເວນໜ້າ, ປາກ ແລະ ດັງ ເຮັດໃຫ້ເຊື້ອໄວຣັສ ຫຼື ສານປົນເປື້ອນບໍ່ສາມາດລອດຜ່ານໄດ້.

ໂດຍໜ້າກາກຊະນິດນີ້ໃຊ້ໃນວົງການແພດທີ່ຕ້ອງການ ຄວາມປອດໄພຈາກການຕິດເຊື້ອສູງ ໄດ້ແກ່: ການປ້ອງກັນເຊື້ອວັນນະໂລກ ຫຼື ເຊື້ອແອນແທກທີ່ເປັນອັນຕະລາຍຕໍ່ມະນຸດ ລວມທັງໃຊ້ລະຫວ່າງການເຮັດວຽກ ເຊັ່ນ: ການເຮັດວຽກກັບສານເຄມີ ຫຼື ການໃຊ້ສີທີ່ອາດເຮັດໃຫ້ໄດ້ກິ່ນ ແຕ່ການໃຊ້ໜ້າກາກອະນາໄມ N95 ຈະຕ້ອງເລືອກໃຊ້ໃຫ້ເໝາະສົມເພາະຂະໜາດ ແລະ ຍີ່ຫໍ້ທີ່ແຕກຕ່າງກັນ ອາດສົ່ງຜົນຕໍ່ປະສິດທິພາບໃນການກອງອາກາດໄດ້.

( ຂໍ້ມູນຈາກ: Health.com )

[ ຮຽບຮຽງ: ນຸ້ມນິ້ມ ]