ຂາຍສິນຄ້າແນວໃດ? ເພື່ອໃຫ້ຖືກໃຈຄົນຊື້ ແລະ ໄດ້ຂາຍດີຕະຫຼອດ

217

ການຂາຍສິນຄ້າໃນປັດຈຸບັນມີທັງໃນລະບົບອອນລາຍ ແລະ ອັອຟລາຍ ເຊິ່ງວິທີການຕ່າງໆຫຼາຍຄົນກໍເຄີຍໄດ້ຍິນມາແລ້ວ ໂດຍສະເພາະແມ່ນຫຼັກການ 4P ໄດ້ແກ່: Product , Price, People ແລະ Partner. ແຕ່ປັດຈຸບັນມັນມີຫຼາຍກວ່ານັ້ນທີ່ເປັນຊ່ອງທາງການຕະຫຼາດໃນການເຂົ້າເຖິງລູກຄ້າ ເພື່ອເຮັດແນວໃດໃຫ້ສາມາດຂາຍໄດ້ເປັນປົກກະຕິ? ເຊິ່ງ ອາຈານ ສົມສັກ ຜູ້ຊ່ຽວຊານດ້ານຄູຝຶກຂອງສູນການເງິນຈຸລະພາກ ໄດ້ຍົກຕົວຢ່າງ 7 ຂໍ້ ທີ່ເປັນແນວທາງໃນການຂາຍສູ່ຟັງລຸ່ມນີ້:

1 ສິນຄ້າຕ້ອງມີຄຸນນະພາບ: ຄົນທີ່ຈະຊື້ສິນຄ້ານໍາເຮົາທໍາອິດແມ່ນເຂົາເຈົ້າຈະເບິ່ງເລື່ອງຄຸນນະພາບຂອງຜະລິດຕະພັນກ່ອນ ເປັນຕົ້ນແມ່ນ: ຄຸນນະພາບດີບໍ່? ວັນໝົດອາຍຸ – ວັນທີເດືອນປີ? ການຫໍ່ຫຸ້ມເປັນແນວໃດ? ລາຄາເໝາະສົມ ຫຼື ບໍ່?.  ທັງໝົດນີ້ແມ່ນສິ່ງທີ່ພວກເຮົາທຸກຄົນຮູ້ກັນຢູ່ແລ້ວ, ແຕ່ຖ້າຫາກຜະລິດຕະພັນໄດ້ຄຸນນະພາບຕາມທີ່ເວົ້າມາກໍຖືວ່າຂາຍໄດ້ໃນລະດັບໜຶ່ງ.

2 ລາຄາ ແລະ ບໍລິການ: ສິ່ງທີ່ຄົນສ່ວນຫຼາຍນິຍົມເຂົ້າຮ້ານມິນິມາກ ຫຼື ຮ້ານສະດວກຊື້ຫຼາຍກວ່າຮ້ານຂາຍເຄື່ອງທົ່ວໄປ ກໍຍ້ອນການຕັ້ງລາຄາຂາຍທີ່ລະອຽດຊັດເຈນ ສາມາດບົ່ງບອກໄດ້ເຖິງຄຸນນະພາບຂອງສິນຄ້ານັ້ນໆຈຶ່ງເຮັດໃຫ້ຜູ້ຊື້ມີ ຄວາມເຊື່ອໝັ້ນ. ຄຽງຄູ່ກັນນັ້ນ, ການໃຫ້ບໍລິການທີ່ສະດວກ – ວ່ອງໄວ ກໍເປັນອີກຂອດໜຶ່ງທີ່ຫຼາຍຄົນມັກເຂົ້າມາຊື້ຢູ່ເລື້ອຍໆ ເຖິງວ່າໄລຍະທາງຈະໄກແດ່ໜ້ອຍໜຶ່ງ, ແຕ່ມັນຂຶ້ນກັບຄວາມພໍໃຈຂອງການຕັ້ງລາຄາ ແລະ ການບໍລິການທີ່ດີຈາກພະນັກງານຂາຍໃນຮ້ານນັ້ນໆ.

3 ມີສິນຄ້າໃຫ້ຕອບໂຈດຄວາມຕ້ອງການ: ໂດຍທົ່ວໄປແລ້ວນັກຂາຍທີ່ດີເຂົາເຈົ້າຈະມີວິທີຄັດເລືອກສິນຄ້າ ແລະ ໃຫ້ສອດຄ່ອງກັບສະຖານະການນັ້ນໆ ເພື່ອໃຫ້ຕອບໂຈດຄວາມຕ້ອງການຂອງຜູ້ຊື້ໄດ້ເປັນຢ່າງດີ ພ້ອມທັງເນັ້ນໃສ່ກຸ່ມລູກຄ້າທີ່ຈະມາຊື້ ລວມທັງສະຖານທີ່ໃນການວາງຈໍາໜ່າຍ ເຊິ່ງອັນນີ້ຈະເຮັດໃຫ້ເປັນການເພີ່ມໂອກາດໃນການຂາຍໄດ້ດີຍິ່ງຂຶ້ນ.

4 ມີໂປຣໂມຊັນເລື້ອຍໆ: ບໍ່ວ່າຈະເປັນຮ້ານຂາຍເຄື່ອງຂະໜາດນ້ອຍ ຫຼື ກາງກໍຕາມ, ນອກຈາກ 3 – 4 ຂໍ້ທີ່ເວົ້າມາຂ້າງເທິງແລ້ວນັ້ນສິ່ງສໍາຄັນຕ້ອງມີໂປຣໂມຊັນໃຫ້ກັບລູກຄ້າຢູ່ເລື້ອຍໆ ເພື່ອເປັນການສົ່ງເສີມການຂາຍ ເຊັ່ນ: ການສະສົມແຕ້ມ, ການຫຼຸດແລກແຈກແຖມ ຫຼື ວິທີການອື່ນໆ ເຖິງວ່າຈະເປັນລາງວັນນ້ອຍໆ, ແຕ່ກໍສາມາດດຶງດູດແຮງຈູງໃຈໃຫ້ລູກຄ້າກັບມາຊື້ເຄື່ອງຈົນເປັນລູກຄ້າປະຈໍາກໍໄດ້.

5 ມີສິ່ງອໍານວຍຄວາມສະດວກປິ່ນອ້ອມ: ທຸກຄັ້ງທີ່ເຮົາໄປເລາະຊື້ເຄື່ອງຢູ່ສູນການຄ້າ ຫຼື ຮ້ານຄ້າ     ໃຫຍ່ໆ ມັກຈະມີກິດຈະກໍາປິ່ນອ້ອມທີ່ຫຼາກຫຼາຍ ເຊັ່ນ: ຕູ້ເອທີເອັມ, ຕູ້ຕື່ມເງິນ, ບໍລິການລົດແທັກຊີ, ບໍລິການລົດຕຸກໆ ແລະ ອື່ນໆ. ສະນັ້ນ, ໃນນາມທີ່ເຮົາເປັນຮ້ານນ້ອຍ ຫຼື ຮ້ານຄ້າອອນລາຍ ກໍຕ້ອງມີສິ່ງອໍານວຍ ຄວາມສະດວກທີ່ຫຼາກຫຼາຍ ເຊັ່ນ: ຫາກຊື້ສິນຄ້ານໍາເຮົາຈະຈັດສົ່ງໃຫ້ໂດຍບໍ່ມີຄ່າໃຊ້ຈ່າຍ, ການຊື້ດ້ວຍບັດສ່ວນຫຼຸດ, ທຸກຢ່າງລາຄາດຽວ ແລະ ອື່ນໆ ເຊິ່ງບໍ່ພຽງແຕ່ເປັນການສ້າງລາຍໄດ້ຈາກການຂາຍແຕ່ຢ່າງດຽວ ແຕ່ຍັງເປັນການເພີ່ມປະລິມານຄົນທີ່ມາຮ້ານຂອງເຮົາອີກດ້ວຍ.

6 ສະຖານທີ່ເໝາະສົມ ແລະ ເບິ່ງເຫັນງ່າຍ: ສະຖານທີ່ຕັ້ງຂອງຮ້ານ ຫຼື Location ເປັນສິ່ງສໍາຄັນທີ່ບໍ່ຄວນເບິ່ງຂ້າມ ຫາກເຮົາມີຮ້ານຂາຍເຄື່ອງຢູ່ໃນເຂດຊຸມຊົນ ຫຼື ເຂດທຸລະກິດ ໂອກາດທີ່ຈະເຮັດໃຫ້ສິນຄ້າໄດ້ຂາຍດີກໍຍ່ອມມີສູງ ເພາະສະນັ້ນການຫາຈຸດທີ່ຕັ້ງເພື່ອເອົາສິນຄ້າມາຈໍາໜ່າຍກໍຕ້ອງເບິ່ງຄວາມເໝາະສົມ ແລະ ຕ້ອງຮູ້ວ່າຈະມີຄົນມາຊື້ໃນແຕ່ລະມື້ຫຼາຍເທົ່າໃດ? ອາດຈະຕັ້ງຢູ່ໃກ້ກັບໂຮງງານ, ຕະຫຼາດ, ເຂດຊຸມຊົນ ຫຼື ບໍລິສັດອື່ນໆ. ນອກນັ້ນ, ການຕົກແຕ່ງຮ້ານໃຫ້ສະອາດງາມຕາ ຫຼື ປ້າຍຮ້ານທີ່ໂດດເດັ່ນ ແລະ ມີບ່ອນຈອດລົດທີ່ກວ້າງຂວາງ ຈຶ່ງເປັນສິ່ງທີ່ຈໍາເປັນຂອງຜູ້ທີ່ຈະມາຊື້.

7 ຊອກຫາຄູ່ຮ່ວມທຸລະກິດ: ການທີ່ເຮົາມີຄົນຮູ້ຈັກຫຼາຍ ຫຼື ມີຄູ່ຮ່ວມທຸລະກິດ ຈະຖືກສ້າງຄວາມໄດ້ປຽບໃນການຂາຍ ແລະ ດຶງລູກຄ້າເຂົ້າມາຊື້ສິນຄ້າໄດ້ງ່າຍ ບໍ່ວ່າຈະເປັນການເລືອກເປັນພັນທະມິດກັບຜູ້ສະໜອງລາຍໃຫຍ່, ກຸ່ມທຸລະກິດ, ບໍລິສັດຮັບຈັດງານ, ຜູ້ຈັດການຝ່າຍການຕະຫຼາດຂອງບໍລິສັດ ລວມໄປເຖິງກຸ່ມລູກຄ້າຕ່າງໆຮັບຮອງວ່າຮ້ານເຮົາຈະໄດ້ຂາຍສິນຄ້າດີກວ່າໃຜແນ່ນອນ.

[ ໂດຍ: ສົມສະຫວິນ ]