ເມືອງທ່າແຕງ ກຽມຄວາມພ້ອມຮັບມືໄວຣັສໂຄໂຣນາ ພ້ອມຮຽກຮ້ອງປະຊາຊົນຮັກສາສຸຂະພາບ

408

ປັດຈຸບັນທຸກຂົງເຂດໃນທົ່ວປະເທດພວມສຸມໃສ່ການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel corona virus-nCOV) ຈາກປະເທດເພື່ອນບ້ານ ເມືອງອູຫັ່ນ ແຂວງຫູເປີຍ ສປຈີນ.

ເຊັ່ນດຽວກັນ ຫ້ອງການສາທາລະນະສຸກ ເມືອງທ່າແຕງໄດ້ອອກແຈ້ງການ ເລກທີ 06/ຫສມ, ລົງວັນທີ 3 ກຸມພາ 2020 ເຖິງ ເລຂາພັກບ້ານ-ນາຍບ້ານ ອໍານາດການປົກຄອງບ້ານ ເລື່ອງການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດດັ່ງກ່າວ ໂດຍໃຫ້ປະຕິບັດຕາມລາຍລະອຽດດັ່ງນີ້

ພາບປະກອບຂ່າວເທົ່ານັ້ນ

1 ໃຫ້ບັນດາທ່ານກ່າວເຕືອນສະມາຊິກ ແລະ ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊຂອບຂອງຕົນໃຫ້ມາຮັບການກວດປິ້ນປົວຢູ່ໂຮງໝໍນ້ອຍ ແລະ ໂຮງໝໍຊຸມຊົນເມືອງ ຖ້າມີກໍລະນີ ຄ້າຍຄືໄຂ້ຫວັດ, ໄຂ້ຂຶ້ນສູງກວ່າ 38 ອົງສາ, ໄອແຫ້ງ, ຈາມມີນໍ້າມູກຍ້ອຍ, ເຈັບຄໍ, ເຈັບຫົວ, ປວດຕົນຕົວ, ຫາຍໃຈຝືດ, ຫອບ, ເມື່ອຍງ່າຍ ແລະ ຖອກກທ້ອງ ພະຍາດດັ່ງກ່າວນີ້ແມ່ນເກີດໄດ້ນໍາທຸກກຸ່ມອາຍຸ, ທຸກຊັ້ນຄົນ, ເກີດໄດ້ທຸກບ່ອນບໍ່ວ່າຊົນນະບົດ ຫຼື ໃນຕົວເມືອງ.

ພາບປະກອບຂ່າວເທົ່ານັ້ນ

2 ໃຫ້ຕິດຕາມເຝົ້າລະວັງຖ້າເຫັນວ່າຄົນເຈັບມີອາການທີ່ກ່າວມາຂ້າງເທິງ 5 ຄົນຂຶ້ນໄປເປັນພະຍາດດຽວກັນໃຫ້ລາຍງານໃຫ້ຈຸງານລະບາດຫ້ອງການສາທາລະນະສຸກເມືອງດ່ວນ ເບີໂທ 020 9537 7177 ເພື່ອລົງກວດກາສໍາຫຼວດ, ເກັບກໍາຂໍ້ມູນ ແລະ ໂຕ້ຕອບພະຍາດດັ່ງກ່າວໃຫ້ທັນເວລາ

ພາບປະກອບຂ່າວເທົ່ານັ້ນ

3 ໃຫ້ແນະນໍາແຕ່ລະຄອບຄົວ ຖ້າມີອາການເຈັບເປັນຍ້ອນພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດອັກເສບລະບົບຫາຍໃຈຮຸນແຮງ ໃຫ້ເຂົາເຈົ້າເອົາໃຈໃສ່ເວລາໄອຈາມໃຫ້ໃຊ້ແພອັດປາກທຸກຄັ້ງ, ຫ້າມຖົ່ມນໍ້າລາຍຕາມບ່ອນສາທາລະນະ ແລະ ຊຸມຊົນ ເພື່ອບໍ່ໃຫ້ພະຍາດແຜ່ລາມໄປບ່ອນອື່ນ ເພາະພະຍາດດັ່ງກ່າວນີ້ຈະຕິດແປດທາງລົມຫາຍໃຈ(ໂດຍການໄອຈາມ) ແລະ ການສໍາຜັດກັບພະຍາດໂດຍກົງ ສະນັ້ນ, ຕ້ອງໄດ້ແນະນໍາໃຫ້ຜູ້ເປັນພະຍາດ ແລະ ຜູ້ບໍ່ເປັນໃຊ້ແພອັດປາກ ພ້ອມລ້າງມືໃສ່ສະບູ່ ໃຫ້ສະອາດເປັນປະຈໍາ ເພື່ອປ້ອງກັນການຕິດເຊື້ອພະຍາດໄຂ້ຫວັດ ແລະ ພະຍາດຕິດແປດອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ດັ່ງນັ້ນ, ເມື່ອເຫັນໃບແຈ້ງການສະບັບນີ້ໃຫ້ຮີບຮ້ອນເຕົ້າໂຮມສະມາຊິກ ແລະ ພໍ່ແມ່ປະຊາຊົນ ເພື່ອເຜີຍແຜ່ໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ໃຫ້ເຂັ້ມງວດ.