ລາວ-ໄທ ຮ່ວມມືປ້ອງກັນ ແລະ ແກ້ໄຂບັນຫາໄຟປ່າຕາມແນວຊາຍແດນ

82

ເພື່ອເປັນການປະຕິບັດໂຄງການປະສານງານ ແລະ ສົ່ງເສີມການຮ່ວມມືໃນການແກ້ໄຂບັນຫາໄຟປ່າ ແລະ ຄວັນໄຟໃນລະດັບທ້ອງຖິ່ນ ປະຈໍາປີ 2020 ຢູ່ບໍລິເວນຊາຍແດນ ລາວ-ໄທ, ໂດຍສະເພາະແມ່ນເຂດຊາຍແດນລະຫວ່າງເມືອງເງິນ, ແຂວງໄຊຍະບູລີ, ສປປ ລາວ ແລະ ອໍາເພີສະເຫຼີມພະກຽດ, ຈັ່ງຫວັດນ່ານ, ຣາຊະອານາຈັກໄທ ທັງເຮັດໃຫ້ຊາຍແດນດັ່ງກ່າວປາສະຈາກໄຟປ່າ ແລະ ຄວັນໄຟ, ເຊິ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດ, ສຸຂະພາບ, ສິ່ງແວດລ້ອມ ແລະ ວິໄສທັດໃນການຄົມມະນາຄົມສັນຈອນຂອງປະຊາຊົນ 2 ຊາດລາວ-ໄທ ແລະ ໄທ-ລາວ.

ພາບຂ່າວ

ສະນັ້ນ, ມາໃນວັນທີ 4 ກຸມພາ 2020 ຜ່ານມາ, ການນໍາເມືອງທັງສອງປະເທດ ໄດ້ຮ່ວມກັນຈັດ ກອງປະຊຸມວ່າດ້ວຍການປ້ອງກັນ ແລະ ການແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ຄວັນໄຟ ປະຈໍາປີ 2020 ຂຶ້ນທີ່ຊາຍແດນເມືອງເງິນ-ອໍາເພີສະເຫຼີມພະກຽດຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໆໄຊຍະບູລີ, ທ່ານ ວໍລະກິດຕິ ສຣີທິພາກອນ, ຜູ້ວ່າລາຊະການຈັ່ງຫວັດນ່ານ, ພ້ອມດ້ວຍເຈົ້າເມືອງເມືອງເງິນ, ນາຍອໍາເພີສະເຫຼີມພະກຽດ ແລະ ຜູ້ຕາງໜ້າອໍານາດການປົກຄອງ ແລະ ປະຊາຊົນຂອງທັງສອງເມືອງເຂົ້າຮ່ວມ.

ພາບຂ່າວ

ເຊິ່ງຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອປະສານສົມທົບການຮ່ວມມືກັບອໍານາດການປົກຄອງແຕ່ລະຂັ້ນຂອງທັງ 2 ເມືອງ, ໂດຍສະເພາະແມ່ນປະຊາຊົນທີ່ຢູ່ລຽບເຂດຊາຍແດນ ໃນການປ້ອງກັນ ແລະ ແກ້ໄຂບັນຫາໄຟປ່າ ແລະ ຄວັນໄຟຮ່ວມກັນ ພ້ອມນີ້, ຍັງເປັນການເຊື່ອມສາຍສໍາພັນ ແລະ ມິດຕະພາບທີ່ດີຕໍ່ກັນລະຫວ່າງສອງປະເທດ ກໍ່ຄື 2 ເມືອງ ທີ່ມີຊາຍແດນຕິດຈອດກັນ.

ພາບຂ່າວ

ທີ່ປະຊຸມການນໍາຂອງແຕ່ລະແຂວງ ໄດ້ຜັດປ່ຽນກັນຂຶ້ນກ່າວມີຄໍາເຫັນ ໃນການປ້ອງກັນ ແລະ ການແກ້ໄຂບັນຫາໄຟປ່າ ແລະ ຄວັນໄຟຂອງທັງສອງປະເທດ ໂດຍແຕ່ລະທ່ານ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງການເຜົາປ່າ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການທໍາມາຫາກິນ, ຕໍ່ຊັບພະຍາກອນທໍາມະຊາດ, ລະບົບຫາຍໃຈ, ການຄົມມະນາຄົມອື່ນໆ ແລະ ເປັນການສ້າງຜົນເສຍຫາຍຢ່າງມະຫາສານໃຫ້ແກ່ທັງສອງປະເທດ.

ພາບຂ່າວ

ພ້ອມດຽວກັນນັ້ນ, ການນໍາຂອງທັງ 2 ແຂວງ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນຂອງທັງສອງເມືອງ, ໂດຍສະເພາະແມ່ນປະຊາຊົນທີ່ຢູ່ລຽບຊາຍແດນ ຈົ່ງຮ່ວມມືຮ່ວມໃຈກັນ ແລະ ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ເພື່ອບໍ່ໃຫ້ເກີດມີຄວັນໄຟລ່ອງລອຍຕາມອາກາດ.

ທີ່ມາ: Lao National Radio