ຈຳປາສັກຕິດຕາມໃກ້ຊິດ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄວຣັສໂຄໂຣນາ

84

ການລະບາດຂອງໄວຣັສໂຄໂຣນາ ສາຍພັນໃໝ່ ເຮັດໃຫ້ຫຼາຍປະເທດເອົາໃຈໃສ່ປ້ອງກັນ, ເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ. ສຳລັບ ສປປ ລາວ ກໍ່ໄດ້ມີການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕິດຕາມ, ຄວບຄຸມ ແລະ ປ້ອງກັນຢ່າງໃກ້ຊິດນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ແຕ່ຍັງບໍ່ທັນມີລາຍງານພົບກໍລະນີຜູ້ປ່ວຍຕິດເຊື້ອພະຍາດດັ່ງກ່າວ.

ພາບປະກອບຂ່າວເທົ່ານັ້ນ

ຫຼ້າສຸດ, ທ່ານ ດຣ ວຽງສີ ສຸພັກດີ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ເປີດເຜີຍວ່າ: ແຂວງຈໍາສັກໄດ້ໃຊ້ມາດຕະການເຂັ້ມງວດໃນການເຝົ້າລະວັງ ປ້ອງກັນພະຍາດປອດອັກເສບທີ່ເກີດຈາກເຊື້ອໄວຣັສໂຄໂຣນາ (Novel Corona Virus) ໂດຍການຝຶກອົບຮົມແພດໝໍ ແລະ ນໍາໃຊ້ເຄື່ອງທັນສະໄໝໃນການກວດອຸນນະພູມຮ່າງກາຍຄົນທີ່ເຂົ້າ-ອອກເມືອງ ຕາມຈຸດຜ່ານແດນດ່ານສາກົນວັງເຕົ່າ-ຊ່ອງເມັກ, ສະໜາມບິນສາກົນປາກເຊ ແລະ ດ່ານສາກົນໜອງນົກຂຽນ. ພ້ອມນີ້, ຍັງໄດ້ຕິດຕາມກຸ່ມເປົ້າໝາຍຄວາມສ່ຽງທີ່ມີປະຫວັດເດີນທາງມາຈາກ ສປຈີນ ໂດຍສະເພາະຈາກເມືອງທີ່ເກີດການລະບາດຂອງພະຍາດ ທີ່ເດີນທາງເຂົ້າມາ ສປປລາວ ເປັນກໍລະນີພິເສດ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມກັນນັ້ນ, ກໍ່ໄດ້ແນະນໍາປະຊາຊົນເອົາໃຈໃສ່ໃນການປ້ອງກັນຕົວເອງ ເພື່ອຫຼີກລ່ຽງການຕິດເຊື້ອເຊັ່ນ: ສວມໃສ່ຜ້າອັດປາກ-ອັດດັງ ໃນເວລາເດີນທາງໃນເຂດຊຸມຊົນແອອັດ ທີ່ມີຄົນຈໍານວນຫຼາຍ, ລ້າງມືໃຫ້ສະອາດ, ຮັບປະທານອາຫານທີ່ສຸກດີ, ສະອາດ ແລະ ຖືກສຸຂະອະນາໄມ.

ທ່ານ ກ່າວຕື່ມວ່າ ພະຍາດປອດອັກເສບທີ່ເກີດຈາກເຊື້ອ ໄວຣັສໂຄໂຣນາ (Novel Corona Virus) ແມ່ນເກີດຈາກການກິນອາຫານປະເພດສັດທີ່ຂາດຫຼັກສຸຂະອະນາໄມເຊັ່ນ: ກິນຊີ້ນສຸກໆດິບໆ ເຊິ່ງເຊື້ອພະຍາດນີ້ ສາມາດຕິດຈາກສັດສູ່ຄົນ ແລະ ຈາກຄົນສູ່ຄົນໄດ້ດ້ວຍການສໍາຜັດ, ນໍ້າລາຍ, ໄອ-ຈາມ.ແຕ່ໃຖ້າທຽບໃສ່ພະຍາດຊາ ຖືວ່າຍັງບໍ່ຮຸນແຮງເທົ່າ ແລະ ພະຍາດນີ້ກໍ່ສາມາດປ້ອງກັນຄືດັ່ງທີ່ກ່າວມາຂ້າງເທິງນັ້ນ. ດັ່ງນັ້ນ, ປະຊາຊົນບໍ່ຄວນແຕກຕື່ນຈົນເກີນໄປ ຄືກັບສັງຄົມອອນລາຍບາງພາກສ່ວນທີ່ນໍາສະ ເໜີພາບ ແລະ ຂໍ້ມູນທີ່ບໍ່ມີມູນຄວາມຈິງ.

ພາບປະກອບຂ່າວ

ໂອກາດນີ້, ທ່ານ ດຣ ວຽງສີ ສຸພັກດີ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງຈໍາປາສັກຍັງກ່າວຢືນຢັນວ່າ ດ້ວຍຄວາມເອົາໃຈໃສ່ໃນການປ້ອງກັນ ຢູ່ແຂວງຈໍາປາສັກ ສປປລາວ ຍັງບໍ່ມີຄົນເຈັບທີ່ເປັນພະຍາດປອດອັກເສບຈາກ ໄວຣັສໂຄໂຣນາແຕ່ຢ່າງໃດ ແຕ່ທັງນີ້ທັງນັ້ນທາງພະແນກສາທາລະນະສຸກກໍບໍ່ໄດ້ປະໝາດຍັງຄົງຮ່ວມກັບທຸກພາກສ່ວນຕິດຕາມເຝົ້າລະວັງປ້ອງກັນຢ່າງເຂັ້ມງວດ ເພື່ອສາມາດຮັບມືກັບທຸກເຫດການທີ່ອາດເກີດຂຶ້ນ.

ທີ່ມາ: Champasak RADIO Station100,7 Mhz