ບໍ່ແກ້ວ ຍົກເອົາຫຼາຍບັນຫາມາສະເໜີໃນກອງປະຊຸມສະພາປະຊາຊົນແຂວງ

114

ສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ I ໃນວັນທີ 4 ກຸມພາ 2020 ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ສົມລິດ ສີຜາວັນ ປະທານສະພາປະຊາຊົນແຂວງບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງແຂວງຫຼາຍບັນຫາ ເປັນຕົ້ນແມ່ນ: 1). ຮັບຟັງການສະເໜີແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງເຈົ້າແຂວງບໍ່ແກ້ວ; 2). ຮັບຟັງບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ; 3). ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2019 ແລະ ທິດທາງປີ 2020; 4). ຮັບຟັງການລາຍງານຂອງພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ ປະຈໍາປີ 2019 ແລະ ແຜນປີ 2020; 5); ຮັບຟັງບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກເໜືອ ປີ 2019 ແລະ ທິດທາງແຜນການປີ 2020.

ຄຽງຄູ່ກັນນັ້ນ, ຍັງພິຈາລະນາຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງປີ 2019 ແລະ ແຜນການປີ 2020; ພິຈາລະນາ ແລະ ປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງທີ່ສະພາປະຊາຊົນແຂວງບໍ່ແກ້ວ ແຕ່ງຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ. ພ້ອມກັນນັ້ນ, ບັນດາທ່ານ ສສຂ ຍັງໄດ້ສຸມທຸກສະຕິປັນຍາເຂົ້າໃນການປະກອບ ຄວາມເຫັນ, ເຈາະຈີ້ມ, ຊັກຖາມຕໍ່ບັນດາເນື້ອໃນບົດລາຍງານທີ່ນໍາມາລາຍງານຢູ່ໃນກອງປະຊຸມຄັ້ງນີ້ຢ່າງມີຈຸດສຸມ.

ໃນໂອກາດດຽວກັນ, ກໍໄດ້ຮັບຟັງການຊີ້ແຈງຈາກອົງການປົກຄອງແຂວງ ແລະ ພະແນກການຕໍ່ການປະກອບຄໍາເຫັນ, ຄຳຊັກຖາມຂອງ ສສຂ ດ້ວຍບັນຍາກາດອັນຟົດຟື້ນ ເຊິ່ງກອງປະຊຸມຈະດໍາເນີນໄປຈົນເຖິງວັນທີ 6 ກຸມພາ 2020 ຈຶ່ງສໍາເລັດ.

[  ຂ່າວ: ສົມສະຫວິນ, ບຸນເພັດ ]